ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ຫ້ອງ​ເຕັກນິກ ທະຫານ​ແຂວງ​ວຽງ​ຈັນ ເປີດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2025
ເວລາອອກຂ່າວ: 2025-07-18 09:00:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4002 | ຄວາມນິຍົມ:



ວັນ​ທີ 15 ກໍລະກົດ 2025 ນີ້, ຫ້ອງ​ເຕັກນິກກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະ ລາທິການ-ເຕັກນິກ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວຽງ​ຄຳ ວິລະ​ວົງ ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ເຟືອງ ນ້ອຍ​ມະນີ​ວອນ ຮອງ​ຫົວໜ້າ​ຫ້ອງ​ເຕັກນິກ ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ ອີງ​ຕາມ​ຄຳ​ສັ່ງຂອງ​ກົມ​ໃຫຍ່​ເຕັກນິກ​ກອງທັບ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ​ວຽກ​ງານ​ເຕັກນິກ​ໃຫ້​ກຳ ລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ປະຈຳ​ປີ 2024, ອີງ​ຕາມ​ຄຳ​ສັ່ງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ ປະຈຳ​ປີ 2025. ເພື່ອ​ເປັນ​ການ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ເຝິກ ຝົນ​ກຳລັງ​ແຮງ​ກາຍ ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມຮູ້​ ຄວາມ​ສາມາດ​ທາງ​ດ້າງ​ວິຊາ​ ສະເພາະ​ເຕັກນິກ, ສິລະ​ປະຍຸດ, ຍຸດທະວິທີ​ສູ້​ຮົບ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ແລະ ຍົກ​ສູງ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ທາງ ​ດ້ານ​ການ​ຄຸ້ມ​ຄອງນຳໃຊ້, ບົວ ລະບັດ​ປົກ​ປັກ​ຮັກສາ​ພາຫະນະ, ອາວຸດ​ຍຸດ​ໂທ​ປະກອນ​ທີ່​ມີ​ໃນ​ກົມ​ກອງ​ຂອງ​ຕົນ, ເປັນ​ການ​ທວນຄືນ​ບັນດາ​ບົດຮຽນ, ຂໍ້​ກຳ ນົດ, ກົດ​ລະບຽບ​ຕ່າງໆ ທີ່​ໄດ້​ຮຽນ​ມາ​ຂອງ​ບັນດາ​ພະນັກງານ​ວິຊາ​ສະເພາະ​ເຕັກນິກ ແລະ ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ຢູ່​ໃນ​ກົມ​ກອງ, ກວດກາ​ຄວາມ​ຮູ້​ຄວາມ ສາມາດ​ຂອງ​ພະນັກງານ​ເຕັກນິກ​ສ້ອມແປງ ແລະ ນັກ​ຂັບ​ຂີ່ ຕໍ່​ກັບ​ການ​ຍົກ​ສູງ​ນໍ້າໃຈ​ຮັບຜິດຊອບ ໃນ​ການ​ປົກ​ປັກ​ຮັກສາ​ວັດຖຸ, ພາ ຫະນະ​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ຂັ້ນ​ເທິງ​ປະກອບໃຫ້​ມີ​ອາຍຸ​ການ​ນຳ​ໃຊ້​ຍາວ​ນານ. ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້ ກຳ​​ນົດ​ເວລາ 145 ວັນ ໃນ​ນີ້, ອົບຮົມ​ວິຊາ​ການເມືອງ 15 ວັນ, ການ​ທະຫານ 20 ວັນ, ພະລາທິການ 10 ວັນ ແລະ ວຽກ​ງານ​ເຕັກນິກ 100 ວັນ. ສະຫາຍ ພັນ​ໂທ ວຽງ​ຄຳ ວິລະວົງ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ຊີ້​ນຳ​ອົບຮົມ-ຫັດ​ແອບ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ຈົ່ງ​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແຜນ ການ​ອົບຮົມ-ຫັດ​ແອບ​ໃຫ້​ເຂັ້ມ​ງວດ ແລະ ຮັບປະກັນ​ຄຸນ​ນະ​ພາບ, ເອົາໃຈໃສ່​ປະຕິບັດ​ຕາມ​ໂມງ​ເວລາ​ຫັດ​ແອບ ແລະ ຖື​ເອົາ​ວຽກ​ງານ​ອົບຮົມ-ຫັດ​ແອບ ໃນ​ຄັ້ງ​ນີ້ ເພື່ອ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່, ເຂັ້ມແຂງ ແລະ ທັນ​ສະໄໝ ເທື່ອ​ລະ​ກ້າວ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ