ວຕກ ສະຫຼຸບຕີລາຄາການນຳພາ ຂອງຄະນະບໍລິຫານງານພັກ ປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2025-07-18 15:59:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3159 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2025 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ສະຫຼຸບຕີລາຄາການນຳພາ ຂອງຄະນະບໍລິຫານງານພັກ ປະຈຳ 6 ເດືອນຕົ້ນປີ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ, ຫົວໜ້າການເມືອງ, ມີສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ປະທານ ແລະ ຮອງປະທານກວດກາພັກຕະຫຼອດຮອດ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳເຜີຍ ທຳມະນີວົງ ກຳມະການຄະນະພັກ, ຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບ ຕີລາຄາການນໍາພາຂອງຄະນະບໍລິຫານງານພັກ ວິທະຍາຄານເຕັກນິກການທະຫານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງເຫັນໄດ້ວ່າ ໃນໄລຍະຜ່ານມາ, ສະພາບພາຍໃນກົມກອງ ມີຄວາມສະຫງົບໂດຍພື້ນຖານ, ສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບ, ນັກສຶກສາມີຄວາມອຸ່ນອຽນທຸ່ນທ່ຽງ ເນື່ອງມາຈາກຄະນະພັກ ວິທະຍາຄານເຕັກນິກການທະຫານໄດ້ເປັນໃຈກາງເຕົ້າໂຮມຄວາມສາມັກຄີ, ເປັນຫຼັກແຫຼ່ງໃນການນຳພາ-ຊີ້ນຳທຸກຂົງເຂດວຽກງານຢ່າງມີຈຸດສຸມ ແລະ ແທດເໝາະກັບສະພາບຕົວຈິງຂອງກົມກອງ ຄຽງຄູ່ກັບການປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຕ່າງໆ, ປັບປຸງລະບົບປະຈຳການ, ການປ້ອງກັນເວນຍາມຢ່າງມີລະບຽບແບບແຜນ. ວຽກງານລົງກໍ່ສ້າງຮາກຖານການເມືອງ ໄດ້ສົມທົບກັບອໍານາດການປົກຄອງ 11 ບ້ານ ກຸ່ມບ້ານໂຄກສີວິໄລ ໃນການເກັບກໍາຂໍ້ມູນສະພາບການຮອບດ້ານ ໃນນີ້, ໄດ້ສ່ອງແສງ, ແລກປ່ຽນບົດຮຽນກັບກຸ່ມບ້ານ 24 ຄັ້ງ, ເກັບກຳແກ້ໄຂປາກົດການຫຍໍ້ທໍ້ໄດ້ 25 ເລື່ອງ; ຈັດກຳລັງປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ແລະ ສາລະເວຂອບເຂດກົມກອງຕັ້ງທັບ ເພື່ອໃຫ້ ວຕກ ມີຄວາມສະຫງົບ; ຊີ້ນຳຄະນະພັກ-ຄະນະບັນຊາທຸກຂັ້ນເພື່ອປຸກລະດົມພະນັກງານ-ສະມາຊິກພັກເຊື່ອມຊຶມ ກຳແໜ້ນແນວທາງການນຳພາຂອງພັກ ດ້ວຍຫຼາຍຮູບການ ໃນນີ້, ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ນອກນັ້ນ, ຍັງໄດ້ຊຸກຍູ້ຂະບວນການຢູ່ພາຍໃນຢ່າງຟົດຟື້ນ ເປັນຕົ້ນຂະບວນການແຂ່ງຂັນສອນດີ-ຮຽນເກັ່ງ, ຂະບວນການກິລາ, ອອກແຮງງານ ແລະ ສິລະປະ-ວັນນະຄະດີ, ສົ່ງເສີມການຂຽນຂ່າວ ວຽກດີຄົນເດັ່ນ, ກົມກອງດີເດັ່ນຜ່ານສື່ຕ່າງໆ ເຊັ່ນ ສົ່ງຂ່າວໃຫ້ໜັງສືພິມ, ວິທະຍຸ, ໂທລະພາບກອງທັບ ແລະ ລົງເຟສບຸກຂອງ ວຕກ ໄດ້ 175 ບົດ; ວຽກງານກ່ໍສ້າງພັກ ໄດ້ຂະຫຍາຍມະຫາຊົນເຂົ້າພັກໄດ້ທັງໝົດ 52 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ, ຮຽນເອກະສານສະໜັບສະໜູນ-ກົດລະບຽບພັກ 41 ສະຫາຍ, ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ວຕກ 8 ຄັ້ງ ເພື່ອຕິດຕາມກວດກາ ແບບແຜນການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ໂດຍຈັດກອງປະຊຸມຮັບສ່ອງແສງປະຈຳເດືອນເປັນປົກກະຕິ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ; ເອົາໃຈໃສ່ສັບຊ້ອນຄຸ້ມຄອງພະນັກງານເຂົ້າສູ່ລະບົບການຈັດຕັ້ງຢ່າງເປັນເອກະພາບ ພ້ອມທັງ ຄົ້ນຄວ້າປັບປຸງບູລະນະການຈັດຕັ້ງຢູ່ແຕ່ລະຫົວໜ່ວຍກົມກອງເປັນປົກກະຕິ ແລະ ທະນຸບໍາລຸງພະນັກງານສືບທອດປ່ຽນແທນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ ພ້ອມທັງປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນທະຫານຕາມຂໍ້ກຳນົດຂອງຂັ້ນເທິງ ອັນທີ່ພົ້ນເດັ່ນແມ່ນປະກາດການປະດັບຊັ້ນໃຫ້ພົນທະຫານ ທັງໝົດ 154 ສະຫາຍ; ໃກ້ຊິດຕິດແທດ ຊີ້ນຳອົງການຈັດຕັ້ງມະຫາຊົນ ເພື່ອເຄື່ອນໄຫວເປັນກຳລັງແຮງໃຫ້ແກ່ທຸກຂະບວນການໃນນີ້ ມີເງິນກອງທຶນໝູນວຽນພັດທະນາຊາວໜຸ່ມ-ແມ່ຍິງ ທັງໝົດ 1.649.010.000 ກີບ. ຍາມໃດຄະນະພັກ ວຕກ ກ່ໄດ້ຍົກສູງການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການກ່ໍສ້າງກົມກອງ 3 ປອດ ຄຽງຄູ່ກັບການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ນັກສຶກສາ ຢ່າງທົ່ວເຖິງ ແລະ ມອບໃບຍ້ອງຍໍບຸກຄົນ, ກົມກອງລວມໝູ່ ເພື່ອປຸກລະດົມຈິດໃຈ ນາຍ ແລະ ພົນທະຫານໃຫ້ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ. ໄປຄຽງຄູ່ກັນນັ້ນ, ຍັງໄດ້ຖືເອົາວຽກງານອົບຮົມກໍ່ສ້າງກຳລັງເປັນເປົ້າໝາຍໃຈກາງຂອງກົມກອງ ເພື່ຶອຕອບສະໜອງເຫຼົ່າຮົບເຕັກນິກໃຫ້ແກ່ກອງທັບ ພົ້ນເດັ່ນແມ່ນສຳເລັດການອົບຮົມກໍ່ສ້າງນັກສຶກສາ ທັງ 5 ລະບົບ ໃນສົກຮຽນ 2024-2025 ທັງໝົດ 136 ສະຫາຍ; ວຽກງານພະລາທິການ ໄດ້ ຖືສຳຄັນຊອກຫາແຫຼ່ງລາຍຮັບເຂົ້າກົມກອງ ຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນຕາມຄວາມອາດສາມາດບົ່ມຊ້ອນຂອງກົມກອງ ແລະ ປະຕິບັດລະບົບເສດຖະກິດເປີດເຜີຍ, ເບີກຈ່າຍອັດຕາໃຫ້ນາຍ ແລະ ພົນທະຫານ, ນັກສຶກສາຕາມການແບ່ງປັນຂອງຂັ້ນເທິງ ເພື່ອຊ່ວຍໃຫ້ກຳລັງພາຍໃນກົມກອງຂອງຕົນມີຄວາມເຂັ້ມແຂງ, ອີ່ມໜຳສຳລານເທື່ອລະກ້າວ.
ໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນເພື່ອແກ້ໄຂຂໍ້ຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ.
ໂດຍ: ເພັດນາລີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















