ສູນເຕັກນິກລະຫັດກົດລັບ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-07-18 16:10:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8109 | ຄວາມນິຍົມ: ![]()
ວັນທີ 17 ກໍລະກົດ 2025 ນີ້, ສູນເຕັກນິກລະຫັດກົດລັບ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວສູນເຂົ້າຮ່ວມ.
ສະຫາຍ ພັນໂທ ສະຫວາດ ແສງອໍານວຍ ຮອງຫົວໜ້າການທະຫານ ສູນເຕັກນິກລະຫັດກົດລັບ ໄດ້ຜ່ານບົດສະຫຼຸບວຽກງານໃນ 6 ເດືອນຜ່ານມາ, ພື້ນຖານກົມກອງມີຄວາມສະຫງົບ ແລະ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ຄະນະພັກ-ຄະນະບັນຊາ ໄດ້ຖືວຽກງານສຶກສາອົບອົບການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນບັນຫາສໍາຄັນ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະເຕັກນິກ, ອົບຮົມ-ຫັດແອບການເມືອງ-ການທະຫານ, ພະລາທິການ-ເຕັກນິກ ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ແບບແຜນໃນການຈັດຕັ້ງປະຕິບັດ, ວຽກງານວິຊາສະເພາະ ສາມາດຜະລິດກົດບັນຊາໄດ້ 10 ແບບ 40 ຊະນິດ, ຜະລິດກະແຈ KVL 28 ອັນ, ຈ່າຍກະແຈ M-Fax ຈຳນວນ 98 ແຜ່ນ, ຈ່າຍກະແຈ KVL ຈຳນວນ 27 ອັນ, ຈ່າຍກົດບັນຊາ ຈຳນວນ 550 ຫົວ, ຈ່າຍກົດປະທານຸກົມ ຈຳນວນ 15 ຫົວ, ເລການ ຈຳນວນ 18 ຫົວ, ຈ່າຍບັນດາເຈ້ຍຂຽນໂທລະເລກແຈ້ງໄປ-ມາ ຈຳນວນ 170 ຫົວ, ສະມຸດບັນຊີຕ່າງໆ ຈຳນວນ 40 ຫົວ, ກາຈ້ຳ 8 ອັນ, USB 18 ອັນ, ແກ້ໄຂອາການຂໍ້ຂັດຂ້ອງເຄື່ອງຈັກຜ່ານທາງລະບົບອອນລາຍໃຫ້ບັນດາຫົວໜ່ວຍກົດລັບຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໄດ້ 52 ຄັ້ງ, ສ້ອມແປງພາຍໃນ ແລະ ນອກສະຖານທີ່ໄດ້ທັງໝົດ 10 ຄັ້ງ, ຕິດຕັ້ງໃໝ່ 7 ຄັ້ງ, ປ່ຽນຖ່າຍໃໝ່ 6 ຄັ້ງ. ວຽກງານແກ້ໄຂຊີວິດການເປັນຢູ່ ໄດ້ປ່ອຍປາຈຳນວນ 1.300 ກວ່າໂຕ ແລະ ລ້ຽງງົວ ຈໍານວນ 15 ໂຕ, ໝູ 4 ໂຕ, ລ້ຽງໄກ່ຈຳນວນໜຶ່ງ,ສາມາດສ້າງລາຍຮັບ ລວມທັງບຸກຄົນ ແລະ ລວມໝູ່ໄດ້ທັງໝົດ 48.510.000 ກີບ. ແຜນງານການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນທ້າຍປີ 2025 ນີ້, ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕິດພັນກັບວຽກງານ 4 ໜ້າທີ່ໃຫຍ່ 26 ແຜນງານ, ສ້າງກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງສ້າງມາໄດ້, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ກໍາແໜ້ນເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເສີມຂະຫາຍຫົວຄິດປະດິດສ້າງວິທະຍາສາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງຢ່າງມີຈຸດສຸມ, ຄຸ້ມຄອງບົວລະບັດວັດຖຸ-ເຕັກນິກ ໃຫ້ມີຄວາມປອດໄພ, ສຸມໃສ່ສ້າງພະລາທິການກັບທີ່, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ພະນັກງານ-ນັກຮົບມີຊີວິດການເປັນຢູ່ທີ່ດີ, ກົມກອງມີບາດກ້າວພັດທະນາຢ່າງຕໍ່ເນື່ອງ.
ໂດຍ: ວິໄນ ວຽນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















