ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ຄະນະໜ່ວຍປະສານງານປະຈໍາພື້ນທີ່ ສະຫວັນນະເຂດ-ມຸກດາຫານ ຈັດກອງປະຊຸມຮ່ວມກັນເພື່ອສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3
ເວລາອອກຂ່າວ: 2025-07-18 16:14:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4694 | ຄວາມນິຍົມ:



ກອງປະຊຸມຄະນະໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3 ລະຫວ່າງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ສປປ ລາວ ກັບ ຄະນະຊຸດປະສານງານປະຈໍາພື້ນທີ່ຊາຍແດນ ແຂວງ ມຸກດາຫານ ຣາຊະອານາຈັກໄທ, ເຊິ່ງກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2025 ນີ້, ທີ່ຫ້ອງປະຊຸມຫ້ອງການເຂດເສດທະກິດພິເສດສະຫວັນ-ເຊໂນ ໂດຍການເປັນປະທານຮ່ວມ ຝ່າຍລາວ ນໍາໂດຍ ທ່ານ ພັນເອກ ສຸກສະໜອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ຝ່າຍໄທ ນໍາໂດຍ ທ່ານ ພັນເອກ ສິວະດົນ ຍະຄ້າຍ ຜູ້ບັງຄັບການ ກອງບັງຄັບການຄວບຄຸມທີ 1, ມີເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ. ກອງປະຊຸມທັງສອງຝ່າຍໄດ້ປຶກສາຫາລືກັນຫຼາຍບັນຫາກ່ຽວກັບຂອດປະສານງານ, ການພົວພັນຮ່ວມມືວຽກງານການແກ້ໄຂບັນຫາຢາເສບຕິດຕາມບໍ່ລິເວນຊາຍແດນ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການຄ້າຂາຍເຖື່ອນ, ຕະຫຼອດຮອດການລັກລອບເຂົ້າ-ອອກເມືອງຜິດກົດໝາຍ.ພ້ອມກັນນັ້ນທັງສອງຝ່າຍຍັງໄດ້ເອກະພາບສູງໃນການຍົກລະດັບການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆຮ່ວມກັນ ແລະ ການຮ່ວມມືປະສານງານໃນການແລກປ່ຽນ, ຕິດຕາມ, ຈັບກຸ່ມຜູ້ກະທໍາຄວາມຜິດມາດໍາເນີນຄະດີຢູ່ປະເທດຕົ້ນທາງ. ຈາກນັ້ນ, ທັງສອງຝ່າຍຍັງໄດ້ພ້ອມກັນເຊັນບົດບັນທຶກຮ່ວມກັນເພື່ອສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ. ຈາກນັ້ນ, ທັງສອງຝ່າຍກໍ່ໄດ້ຮ່ວມກັນລາດຕະເວນທາງນໍ້າ ທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ2, ໃນການລາດຕະເວນຮ່ວມຄັ້ງນີ້ໂດຍການເຂົ້າຮ່ວມຊົມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ແຂວງສະຫວັນນະເຂດ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ການລາດຕະເວນຮ່ວມດັ່ງກ່າວໂດຍປະຕິບັດຕາມເນື້ອໃນກອງປະຊຸມຂອງຄະນະໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ (ແຂວງສະຫວັນນະເຂດ-ແຂວງມຸກດາຫານ) ຄັ້ງທີ 2 ແລະ ຄັ້ງທີ3. ໃນໄລຍະຜ່ານມາທັງສອງຝ່າຍໄດ້ຮ່ວມມືກັນສະກັດກັ້ນ ແລະ ຖະແຫຼງຂ່າວຢຶດຢາເສບຕິດໄດ້ 1 ຄັ້ງທີ່ແຂວງມຸກດາຫານ. ໂອກາດນີ້, ທັງສອງຝ່າຍຍັງໄດ້ຈັດກິດຈະກໍາຮ່ວມກັນໃນຫົວຂໍ້ໂຄງການໝູ່ບ້ານເຂັ້ມແຂງຄູ່ຂະໜານຕາມຊາຍແດນທີ່ໂຮງຮຽມັດທະຍົມສົມບູນທ່າສະໂນນະຄອນໄກສອນພົມວິຫານ, ພ້ອມທັງມອບອຸປະກອນການຮຽນ, ອຸປະກອນກິລາ, ໃຫ້ໂຮງຮຽນ ແລະ ຮ່ວມກັນປ່ອຍປາ, ເຊິ່ງໃນຕອນທ້າຍຍັງມີກິດຈະກໍາການແຂ່ງຂັນກິລາມິດຕະພາບທັງສອງຝ່າຍ, ເພື່ອຮັດແໜ້ນການພົວພັນຮ່ວມມືທັງສອງຝ່າຍນໍາອີກ. ໂດຍ: ວິລະພົງ ເທບໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ