ມອບ-ຮັບ ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2025-07-18 16:18:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5240 | ຄວາມນິຍົມ: ![]()
ພິທີ ມອບ-ຮັບ ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ພ້ອມດ້ວຍຄະນະ ແລະ ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ດາວວອນ ພົມມະວົງ ໄດ້ຜ່ານບົດບັນທຶກວຽກງານທີ່ໄດ້ເຮັດຜ່ານມາ ແລະ ວຽກງານທີ່ຍັງບໍ່ທັນສຳເລັດ ມອບໃຫ້ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ (ຜູ້ໃໝ່) ສືບຕໍ່ປະຕິບັດ, ລາຍງານສະພາບການຕະຫຼອດໄລຍະເວລາທີ່ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ (ຜູ້ເກົ່າ) ນໍາພາ-ຊີ້ນໍາທຸກວຽກງານ ແລະ ສ້າງໄດ້ຜົນງານຫຼາຍດ້ານ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫ່ຍເຕັກນິກກອງທັບ, ຜູ້ຊີ້ນໍາວຽກງານເຕັກນິກເຫຼົ່າຮົບ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ (ຜູ້ໃໝ່) ໄດ້ລົງນາມບົດບັນທຶກ ມອບ-ຮັບ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ (ຜູ້ເກົ່າ) ນຳພາ ແລະ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກໃຫ້ຜູ້ຊີ້ນຳວຽກງານເຕັກນິກເຫຼົ່າຮົບ (ຜູ້ໃໝ່) ຍົກສູງຄວາມຮັບຜິດຊອບໜ້າທີ່ຂອງຕົນໃນການນໍາພາ-ຊີ້ນໍາຂົງເຂດວຽກງານ ຕາມພາລະບົດບາດຂອງກົມກອງ, ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ກ້າວໄປສູ່ການປັບປຸງບູລະນະກົງຈັກການຈັດຕັ້ງພາຍໃນໃຫ້ຖືກຕ້ອງສອດຄ່ອງກັບໜ້າທີ່ວິຊາສະເພາະຂອງກົມກອງ ໃຫ້ມີຜົນສຳເລັດ ແລະ ພັດທະນາຂຶ້ນໄປຢ່າງຕໍ່ເນື່ອງ.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















