ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປາຖະກະຖາ ລະນຶກວັນສຳຄັນ
ເວລາອອກຂ່າວ: 2025-07-18 16:23:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6994 | ຄວາມນິຍົມ:



ວັນທີ 18 ກໍລະກົດ 2025 ນີ້ ຢູ່ທີ່ສະໂມສອນ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາ ລະນຶກວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ, ໂດຍການເຂົ້າຮ່ວມ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ - ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຈາກອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມຮັບຟັງ. ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງໃນເມື່ອກ່ອນເພິ່ນໄດ້ ຊີ້ນຳ-ນຳພາກອງທັບກໍ່ຄືປະຊາຊົນລາວເຮົາ ຕໍ່ສູ້ກູ້ຊາດ ໃນແຕ່ລະໄລຍະ ດ້ວຍຄວາມພິລະອາດຫານທີ່ສ່ອງແສງເຖິງຜົນງານອັນຍິ່ງໃຫຍ່ ແລະ ຄຸນສົມບັດສິນທຳປະຕິ ວັດອັນຜ່ອງໃສ,ຄວາມສະຫຼຽວສະຫຼາດ ມີໄຫວພິກທີ່ຄ່ອງແຄ້ວ, ມີຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມແຂງ, ມີເຫດມີຜົນ, ເຮັດແທ້ທຳຈິງ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງກັບພາລະກິດຕໍ່ສູ້ປົດປ່ອຍຊາດ ເຊິ່ງຍາມໃດເພິ່ນເອງ ກໍ່ໄດ້ຍົກສູງຜົນປະໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີນ້ຳໃຈອັນດູດດື່ມ ແລະ ອົງອາດກ້າຫານ ຍອມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ໂດຍນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກັບພວກສັດຕູ ຢ່າງບໍ່ຍອມຈຳນົນ, ສາມາດຂ້າມຜ່ານອຸປະສັກນາໆປະການຢ່າງລະອິດລະອ້ຽວ ຈົນສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່, ນຳເອົາຄວາມອຸດົມສົມບູນພູນສຸກມາສູ່ປະເທດຊາດລາວເຮົາຢ່າງສະຫງ່າຜ່າເຜີຍ ພ້ອມທັງໄດ້ ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃໝ່ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ. ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນຍິ່ງໃຫຍ່ ໃນການຮ່ວມມືກັນຕໍ່ສູ້ຕີສັດຕູໂຕດຽວກັນ ແລະ ຄວາມມິດຕະພາບໄປມາຫາສູ່ ແລກປ່ຽນສິນຄ້າ, ວັດທະນະທຳນຳກັນ,ມີອຸດົມຄະຕິ ແລະ ຄວາມມຸ່ງມາດປາດຖະໜາອັນດຽວກັນຄື ຢາກມີຄວາມເປັນເອກະລາດ,ສັນຕິພາບ ແລະ ຄວາມຮັ່ງມີຜາສຸກ, ປະຊາຊົນສອງຊາດ ມີມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງໃຜລາວ, ພິເສດແມ່ນໃນໄລຍະດໍາເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ,ຕໍ່ມາແມ່ນພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ຈາກຄວາມຜູກພັນ,ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໄດ້ເພີ່ມຄວາມແໜ້ນແຟ້ນ ຈົນເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ ໂດຍແມ່ນປະທານ ໂຮ່ຈີ່ມິນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ. ຈາກນັ້ນມາການນຳແຕ່ລະຮຸ່ນຂອງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດຕ່າງກໍ່ໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນສາຍພົວພັນອັນບໍລິສຸດຜຸດຜ່ອງ ທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດລາວ-ຫວຽດນາມ ຕັ້ງແຕ່ນັ້ນມາຈົນເຖິງປະຈຸບັນ. ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ກໍ່ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ-ສິນທຳປະຕິວັດ, ຄຸນງາມຄວາມດີຂອງຜູ້ນຳປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອເປັນບົດຮຽນໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ,ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງມີຄວາມເຂັ້ມແຂງ,ໜັກແໜ້ນເປັນກ້າວໆ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ