ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງພັນໃຫຍ່ 11 ຕ້ອນຮັບການມາຢ້ຽມຢາມ ຂອງຄະນະສຶກສານໍາພາ-ຄຸ້ມຄອງບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-07-18 16:29:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4906 | ຄວາມນິຍົມ:



ໃນວັນທີ 18 ກໍລະກົດ 2025 ນີ້, ກອງພັນໃຫຍ່ 11 ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງຄະນະສຶກສານຳພາ-ຄຸ້ມຄອງບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຊິ່ງນຳໂດຍ ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນັກສຶກສາບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ກອງພັນໃຫຍ່ 11 ໄດ້ລາຍງານຫຍໍ້ປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກົມກອງ ເຊິ່ງກອງພັນໃຫຍ່ 11 ເປັນກອງພັນໃຫຍ່ເອກະລາດຂຶ້ນກັບກະຊວງ ແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດໂດຍກົງຮອບດ້ານ ແລະ ເຮັດໜ້າທີ່ປ້ອງກັນນະຄອງຫຼວງວຽງຈັນ ແລະ ອົງການພັກ-ລັດ, ເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບໃນຂອບເຂດທົ່ວປະເທດ, ເຮັດໜ້າທີ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ເປັນກົມກອງໂຕແບບ ຂອງກະຊວງປ້ອງກັນປະເທດ. ໂອກາດນີ້, ຄະນະນັກສຶກສາຍັງໄດ້ມອບເຄື່ອງອຸປຸກອນກິລາຈຳນວນໜຶ່ງ ໃຫ້ກອງພັນໃຫຍ່ 11 ແລະ ກອງພັນໃຫຍ່ 11 ໄດ້ມອບໃບກຽດຕິຄຸນໃຫ້ແກ່ຄະນະນັກສຶກສາ. ຈາກນັ້ນ, ທັງສອງຄະນະຍັງໄດ້ຮັບຊົມສະແດງການຫັດແອບຍຸດທິວີທະຫານຮາບ, ຢ້ຽມຊົມຂອບເຂດເຕັກນິກ ແລະ ກອງພັນເຄື່ອນທີ່ໄວ 586 ກົມກອງວັດທະນະທໍາ ຕື່ມອີກ. ໂດຍ: ປິ່ນ ຂຸນພົນ ພາບໂດຍ: ວິລັດ ມົນດວງສິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ