ວຕກ ມອບເງິນອຸດໜູນບຳນານໃຫ້ນາຍທະຫານຂັ້ນສູງ ແລະ ເງິນເສຍຊີວິດໃຫ້ແກ່ຄອບຄົວນາຍທະຫານ
ເວລາອອກຂ່າວ: 2025-07-18 16:38:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6321 | ຄວາມນິຍົມ: ![]()
ພິທີມອບເງິນອຸດໜູນບໍານານໃຫ້ນາຍທະຫານຂັ້ນສູງ ແລະ ເງິນເສຍຊີວິດໃຫ້ແກ່ຄອບຄົວນາຍທະຫານ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2025 ນີ້, ໂດຍການເປັນປະທານ ແລະ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າ ການເມືອງ ວິທະຍາຄານເຕັກນິກການທະຫານ, ມີບັນດາຄະນະພັກ-ຄະນະອຳນວຍການ, ຕ່າງໜ້າຫ້ອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສົມສຸກ ແກ້ວຄຳພົນ ຫົວໜ້າພະແນກພະນັກງານ ວິທະຍາຄານເຕັກນິກການທະຫານ ຂຶ້ນຜ່ານ ຂໍ້ຕົງລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງພັກການຮັບບຳນານ, ໂດຍອະນຸມັດໃຫ້ ສະຫາຍ ພັນເອກ ສີສະໝອນ ໂນລະສິນ ອໍານວຍການຫົວໜ້າການທະຫານ ວິທະຍາຄານເຕັກນິກ ການທະຫານ ພັກການຮັບບຳນານ ນັບແຕ່ງວດ 2 ປີ 2025 ເປັນຕົ້ນໄປ ໂດຍໄດ້ຍົກຂັ້ນເງິນເດືອນໃຫ້ທຽບເທົ່າຊັ້ນພົນຈັດຕະວາ ເຊິ່ງເປັນຈຳນວນເງິນທັງໝົດ 22.044.469 ກີບ. ການມອບເງິນໃນຄັ້ງນີ້ ກໍເພື່ອເປັນທຶນຮອນ ໃນການຊ່ວຍເຫຼືອແກ້ໄຂຊີວິດການເປັນຢູ່ ໃຫ້ແກ່ພະນັກງານທີ່ໄດ້ຮັບບຳນານ ແລະ ເພື່ອເປັນການປະຕິບັດນະໂຍບາຍລວມຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານ ໃນຖັນແຖວກອງທັບປະຊາຊົນລາວ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາປະເທດຊາດ ກໍ່ຄືກົມກອງຕາມໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະຜ່ານມາ ທັງເປັນການປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຕອບບຸນແທນຄຸນ ຂອງບັນດາ ສະຫາຍ ທີ່ໄດ້ເສຍສະຫຼະແຮງກາຍ ສະຕິປັນຍາຂອງຕົນເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາເຊິ່ງມີຜົນງານອັນ ໃຫຍ່ຫຼວງຫຼາຍດ້ານ. ໃນພິທີຍັງໄດ້ມອບເງິນອູດໜູນໃຫ້ແກ່ຄອບຄົວຜູ້ເສຍຊີວິດ 1 ສະຫາຍ. ເຊິ່ງ ສະຫາຍ ພັນໂທ ກອງມະນີ ບົວລະວົງສາ ຫົວໜ້າພະແນກປະກັນສັງຄົມ ວຕກ ໄດ້ຜ່ານບົດບັນທຶກຂອງ ວຕກ ວ່າດ້ວຍການມອບເງິນອູດໜູນເສຍຊີວິດຂອງສະຫາຍ ພັນໂທ ຟອງທະເລ ຈັນທະດາລາອະດີດຮອງຫົວໜ້າພະແນກນະໂຍບາຍ ວຕກ ສະບັບເລກທີ 141/ພປຄ ໂດຍມອບຮ່ວງເງິນດັ່ງກ່າວຈຳນວນ 135.153.000 ກີບໃຫ້ແກ່ຄອບຄົວຜູ້ກ່ຽວ. ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການເຄື່ອນໄຫວປະຕິວັດຂອງສະຫາຍທີ່ໄດ້ຮັບເງິນອູດໜູນບຳນານທີ່ໄດ້ມີຜົນງານປະກອບສ່ວນໃນພາລະກິດປະຕິວັດກໍຄືການສ້າງສາພັດທະນາກອງທັບ ເວົ້າສະເພາະຕິດແທດກັບການເຕີບໃຫຍ່ຂອງວິທະຍາຄານເຕັກນິກການທະຫານຕະຫຼອດໄລຍະຜ່ານມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຈາລຶກຄຸນງາມຄວາມດີ ແລະ ປູກຈິດສຳນຶກເຖິງຜົນງານຂອງສະຫາຍໃຫ້ພະນັກງານສືບທອດຮຸ່ນໜຸ່ນໄດ້ຮ່ຳຮຽນ ແລະ ຈົດຈຳ ພ້ອມທັງຮຽກຮ້ອງໃຫ້ ພະນັກງານທີ່ໄດ້ຮັບການພັກບໍານານ ສືບຕໍ່ເປັນພະນັກງານຫຼັກແຫຼ່ງທີ່ ດີ, ເປັນແບບຢ່າງໃຫ້ແກ່ສັງຄົມ, ຊ່ວຍເຫຼືອອໍານາດການປົກຄອງທ້ອງຖິ່ນທີ່ຕົນເອງສັງກັດຢູ່ ໃນການສຶກສາອົບຮົມການເມືອງແນວຄິດ,ເຕົ້າໂຮມຄວາມສາມັກຄີ, ປຸກລະດົມສັງຄົມໃຫ້ເຂົ້າໃຈແຈ້ງຕໍ່ແນວທາງແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ສຶກສາອົບຮົມລູກຫຼານໃຫ້ເປັນຄົນດີ, ມີຄຸນທາດການເມືອງໜັກແໜ້ນ ແລະ ເນັ້ນໜັກໃຫ້ຄອບຄົວຜູ້ເສຍຊີວິດທີ່ໄດ້ ເງິນອູດໜູນໃນຄັ້ງ ຈົ່ງນຳໃຊ້ເງິນຈຳນວນດັ່ງກ່າວເຂົ້າໃນການແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາຄອບຄົວໃຫ້ອີ່ມໜຳສຳລານໃນສັງຄົມ. ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















