ໜ່ວຍສະຫະພັນເເມ່ຍິງກອງຫໍພິພິທະພັນປະຫວັດສາດກອງທັບ ສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງເເມ່ຍິງລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-07-18 16:45:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4931 | ຄວາມນິຍົມ: ![]()
ວັນທີ 18 ກໍລະກົດ 2025 ນີ້, ໜ່ວຍສະຫະພັນເເມ່ຍິງກອງຫໍພິພິທະພັນປະຫວັດສາດກອງທັບ ໄດ້ສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນເເມ່ຍິງລາວ ຄົບຮອບ 70 ປີ ( 20 ກໍລະກົດ 1995 - ວັນທີ 20 ກໍລະກົດ 2025) ເເລະ ຕ້ອນຮັບ 3 ວັນປະຫວັດສາດໃນປີ 2025, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ນາງ ວຽງຄຳ ແນວຮັກພູມສະໄໝ ຮອງອໍານວຍການຫໍພິພິທະພັນປະຫວັດ ສາດກອງທັບ, ມີບັນດາພະແນກການ, ຄະນະໜ່ວຍຊາວໜຸ່ມ-ຄະນະໜ່ວຍສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກສະຫະພັນເເມ່ຍິງທົ່ວກອງຫໍພິພິທະພັນປະຫວັດສາດກອງທັບ ເຂົ້າຮ່ວມ.
ໂດຍຈຸດປະສົງໃນການສ້າງຂະບວນການຂອງໜ່ວຍສະຫະພັນເເມ່ຍິງໃນຄັ້ງນີ້ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ ທັງເປັນການສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ສ້າງຜົນງານຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ເເລະ ເເນໃສ່ສ້າງຄວາມສາມັກຄີລະຫວ່າງເອື້ອຍນ້ອງສະຫະພັນແມ່ຍິງພາຍໃນໃຫ້ແໜ້ນແຟ້ນຂຶ້ນ ເເລະ ມີຄວາມກະຕືລືລົ້ນຫ້າວຫັນເບີກບານມ່ວນຊຶ່ນຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຈົບງາມ, ສຳລັບຂະບວນການໃນຄັ້ງນີ້ມີ 2 ກິດຈະກໍາຄື: ກິດຈະກໍາຢາງອອກກໍາລັງກາຍອ້ອມເດີນຫໍພິພິທະພັນ ແລະ ເຕັ້ນແອໂລບິດ. ໂດຍ: ວຽງແກ້ວ ສິວົງວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















