ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ປາຖະກະຖາ​ມູນເຊື້ອ​ວັນ​ສຳຄັນ​ຂອງ​ຊາດ
ເວລາອອກຂ່າວ: 2025-08-01 09:01:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 980 | ຄວາມນິຍົມ:



​ວັນ​ທີ 29 ກໍລະກົດ 2025, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ປາຖະກະຖາ​ວັນ​ປະຫວັດສາດ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ສາກົນ ແລະ ເຊື່ອມ​ຊຶມ​ເອກະສານ​ຂອງ​ຂັ້ນ​ເທິງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສີ​ປະເສີດ ສອນ​ພັນ ວ່າການ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ພະແນກການ, ໂຮງຮຽນ, ໂຮງໝໍ, ກອງພັນ ແລະ ກອງຮ້ອຍ​ເອກະລາດ ເຂົ້າ​ຮ່ວມ. ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜັດປ່ຽນ​ກັນ​ກ່າວ​ປາຖະກະຖາ​ມູນເຊື້ອ 2 ວັນ​ປະ​ຫັວດ​ສາດ ຄື: ວັນ​ຄ້າຍ​ວັນ​ເກີດ​ປະທານ ສຸພານຸ​ວົງ ຄົບຮອບ 116 ປີ (13 ກໍລະກົດ 1909-13 ກໍລະກົດ 2025), ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບ ຮອບ 48 ປີ (18 ກໍລະກົດ 1977-18 ກໍລະກົດ 2025), ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຫວຽດນາມ ຄົບຮອບ 63 ປີ (5 ກັນຍາ 1962-5 ກັນຍາ 2025) ແລະ ເຊື່ອມ​ຊຶມ​ຜົນສຳເລັດ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ປີ 2024, ເອກະສານ​ຮ່ຳຮຽນ​ເອົາ​ແບບແຜນ​ວິທີ​ເຮັດ​ເຮັດ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ປະທານ ໄກສອນ ພົມວິຫານ ແລະ ເອກະສານ​ຄຸນ​ທາດ​ການເມືອງ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ພະນັກງານ​ສະມາຊິກ​ພັກ​ໃນ​ເງື່ອນໄຂ​ປັດຈຸບັນ. ທັງ​ນີ້, ເພື່ອ​ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ ພະນັກງານ​ຫຼັກ​ແຫຼ່ງ​ໄດ້​ຮັບ​ຮູ້ ເຊື່ອມ​ຊຶມ​ກ່ຽວ​ກັບ​ມູນເຊື້ອ​ວິລະ​ກຳ​ອັນ​ລ້ຳ​ເລີດ, ຜົນງານ, ຄຸນງາມຄວາມດີ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​​ປະທານ ສຸພານຸ​ວົງ, ສຶກສາ​ເອົາ​ແບບແຜນ​ວິທີ​ເຮັດ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ​ຜູ້ນຳ​ລາວ​ໃນ​ເມື່ອ​ກ່ອນ ເພື່ອ​ເປັນແບບຢ່າງ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ພາ ລະກິດ​ໃນໄລຍະ​ໃໝ່​ຂອງ​ພັກຂອງ​ຕົນ​ເອງ ແລະ ຮັບ​ຮູ້​ປະຫວັດ​ຄວາມ​ເປັນ​ມາ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ ຕະຫຼອດ​ໄລຍະ​ຕໍ່ສູ້​ກູ້​ຊາດ, ຕ້ານ​ການ​ຮຸກ​ຮານ​ຂອງພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ແບບ​ໃໝ່; ພ້ອມ​ທັງ ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຂອງ​ສອງ​ຊາດ ລາວ-ຫວຽດນາມ ຈົນ​ເຖິງ​ປັດຈຸບັນ. ໂດຍ: ນາງ ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ