ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນກອງຮ້ອຍ ຢູ່ກອງພັນ 704
ເວລາອອກຂ່າວ: 2025-08-01 09:02:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1040 | ຄວາມນິຍົມ: ![]()
ວັນທີ 29 ກໍລະກົດ 2025, ຢູ່ທີ່ກອງພັນ 704 ກອງພັນໃຫຍ່ 702 ໄດ້ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຫົວໜ້າກອງຮອ້ຍ ແລະ ຮອງຫົວໜ້າກອງຮ້ອຍ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄມຄຳ ບຸດວິໄຊ ຫົວໜ້າການທະຫານ ກອງພັນ 704, ມີສະຫາຍ ພັນໂທ ຂັນໄຊ ອິນທະສິງຫົວໜ້າຂະແໜງພະນັກງານກອງພັນໃຫຍ່702, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍ ພະນັກ
ງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຂັນໄຊ ອິນທະສິງ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າກອງຮ້ອຍ, ຮອງຫົວໜ້າກອງຮ້ອຍ ກອງພັນໃຫຍ່ 702, ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຊາຍສົງຄາມ ແກ້ວຄຳເຮືອງ ເປັນຫົວໜ້າການເມືອງ ກອງຮ້ອຍ 1, ສະຫາຍ ພັນໂທ ອາດ ກິວົງສັກ ເປັນຫົວໜ້າການທະ
ຫານ ກອງຮອ້ຍ 1, ສະຫາຍ ຮອ້ຍເອກ ສັກ ດວງສະຫວັນ ເປັນຮອງຫົວໜ້າການທະຫານ ກອງຮ້ອຍ 1, ສະຫາຍ ຮອ້ຍເອກ ສີພອນໄຊ ນວນທະວົງ ເປັນຮອງຫົວໜ້າການທະຫານ ກອງຮອ້ຍ 2 ແລະ ສະຫາຍ ຮ້ອຍໂທ ສົມສັກ
ພອນທິລາດ ເປັນຫົວໜ້າໝວດ 2 ກອງຮ້ອຍທີ 2.
ໂດຍ: ວົງສາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















