ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ເຜີຍແຜ່​ຂໍ້​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ​ ສູນ​ແກ້​ໄຂ​ລະເບີດ​ບໍ່ທັນ​ແຕກ ແລະ ເຝິກ​ອົບຮົມ ບັນເທົາ​ໄພພິບັດ​ກອງທັບ (ສູນ 523)
ເວລາອອກຂ່າວ: 2025-08-01 09:08:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1104 | ຄວາມນິຍົມ:



ໃນ​ວັນ​ທີ 31 ກໍລະກົດ 2025 ນີ້, ຢູ່​ກອງ​ກວດກູ້​ລະເບີດ​ເພື່ອ​ມະນຸດສະທຳ 58 ໄດ້​ຈັດ​ຕັ້ງ​ເຜີຍແຜ່ ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ​ສູນ​ແກ້​ໄຂ​ລະເບີດ​ບໍ່​ທັນ​ແຕກ ແລະ ເຝິກ​ອົບຮົມ ບັນເທົາ​ໄພພິບັດ​ກອງທັບ (ສູນ 523), ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ໂທ ພອນ​ແກ້ວ ອໍ​ລະດົມ ຫົວໜ້າ​ການ​ທະຫານ​ກອງ​ກວດ-ກູ​້ລະເບີດ​ເພື່ອ​ມະນຸດສະທຳ 58, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ພ້ອມ​ດ້ວຍ​ພະນັກງານ-ນັກ​ງານ​ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ແດງ ບຸດ​ຕະ​ວົງ ຫົວໜ້າ​ການເມືອງ ​ກອງ​ກວດກູ້ລະເບີດ​ເພື່ອ​ມະນຸດສະທຳ 58 ໄດ້​​ເຜີຍແຜ່​ຂໍ້​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ບັນຊາ​ສູນ​ແກ້​ໄຂ​ລະເບີດ​ບໍ່​ທັນ​ແຕກ ແລະ ເຝິກ​ອົບຮົມ ບັນເທົາ​ໄພພິບັດ​ກອງທັບ (ສູນ 523) ໂດຍ​ອີງ​ຕາມ ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ໃນ​ພາກ​ທີ II ໝວດ​ທີ 4 ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ, ອີງ​ຕາມ ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ ໃນ​ກຳລັງ​ປະກອບ ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ ຮັກສາ ແລະ ພັດທະນາ​ປະເທດ​ຊາດ, ອີງ​ຕາມ ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຍົກ​ລະດັບ​ກອງຮ້ອຍ 58 ຂຶ້ນ​ເປັນ​ສູນ​ແກ້​ໄຂ​ລະເບີດ​ບໍ່​ທັນ​ແຕກ ແລະ ເຝິກ​ອົບຮົມ​ບັນ​ເທົ່າ​ໄພພິບັດ ກອງທັບ. ອີງ​ຕາມ ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ແຕ່ງຕັ້ງ ບັນດາ​ຫົວໜ້າ ແລະ ຮອງ​ຫົວໜ້າ​ສູນ​ແກ້​ໄຂ​ລະເບີດ​ບໍ່​ທັນ​ແຕກ ແລະ ເຝິກ​ອົບຮົມ​ບັນ​ເທົ່າ ໄພພິບັດ​ກອງທັບ, ໃນ​ນີ້ ແຕ່ງຕັ້ງ ພັນ​ເອກ ປາດ​ຖະ​ໜາ ບຸດ​ຕິ​ຈັກ​ ເປັນ​ຫົວໜ້າ​ການເມືອງ​ສູນ, ພັນ​ໂທ ພອນ​ແກ້ວ ອໍ​ລະດົມ ເປັນ​ຫົວໜ້າ​ການ​ທະຫານ​ສູນ, ພັນ​ໂທ ແກ້ວ​ມະນີ ເພັງ​ບຸນ​ເຮືອງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ​ສູນ, ທັງ​ເປັນ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ​ສູນ, ພັນ​ໂທ ແດງ ບຸດ​ຕະ​ວົງ ເປັນ​ຮອງ​ຫົວໜ້າ​ການເມືອງ​ສູນ, ທັງ​ເປັນ​ຫົວໜ້າ​ພະ​ແນກ ການເມືອງ​ສູນ. ໃນ​ການຈັດຕັ້ງ​ເຜີຍແຜ່​ຄັ້ງ​ນີ້​ກໍ​ເຮັດ​ໃຫ້​ພະນັກງານ​ຫຼັກ​ແຫຼງ​ພາຍ​ໃນ​ກົມ​ກອງ​ຮັບ​ຮູ້ ແລະ ນຳໄປ​ຈັດ​ຕັ້ງ​ຈັດ​ຕັ້ງ​ປະຕິບັດ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກອງທັບ​ໃນ​ໄລຍະ​ໃໝ່​ໃຫ້​ກ້າວ​ຂຶ້ນ​ເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ