ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ເຕັກນິກ​ກອງທັບ ທ່ຽວ​ຊົມ ແລະ ທັດສະນະ​ສຶກ​ສາ ຢູ່​ຫໍ​ພິ​ພິ​ທະ​ພັນ​ສິລະ​ປະ​ລາວ
ເວລາອອກຂ່າວ: 2025-08-01 09:16:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1191 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025), ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ເຄື່ອນ​ໄຫວ​ທ່ຽວ​ຊົມ ແລະ ທັດ ສະນະ​ສຶກ​ສາ ຢູ່​ຫໍ​ພິ​ພິ​ທະ​ພັນສິ ລະ​ປະ​ລາວ, ໂດຍ​ການ​ນຳພາ​ຂອງ ​ສະຫາຍ ພົນ​ຈັດຕະວາ ສາຍສະໝອນ ໄຊ​ພູບານ ຮອງ​ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ສະຫາຍ ພັນ​ເອກ ສາຍ​ຄຳ ພົມ​ມະ​ວົງ ຮອງ​ຫົວໜ້າ​ຫ້ອງ​ການ ເມືອງ ແລະ ສະຫາຍ ພັນ​ໂທ ນາງ ວຽງ​ສະຫວັນ ຊົມ​ພູ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກົມ​ໃຫຍ່​ເຕັກນິກ ພ້ອມ​ດ້ວຍ​ສະມາຊິກ​ສະຫະພັນ​ແມ່ຍິງ ທົ່ວ​ກົມ​ໃຫຍ່​ເຕັກນິກ​ກອງທັບ ເຂົ້າ​ຮ່ວມ ຈຸດປະສົງ ການ​ທ່ຽວ​ຊົມ ແລະ ທັດສະນະ​ສຶກ​ສາ ຢູ່​ຫໍ​ພິ​ພິ​ທະ​ພັນ​ສິລະ​ປະ​ລາວ ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສະເຫຼີມສະຫຼອງວັນສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 70 ປີ ໃຫ້​ເປັນ​ຂະ​ບວນ​ການ​ຟົດ ຟື້ນ​ກວ້າງຂວາງ ທັງ​ເຮັດ​ໃຫ້​ສະ ມາຊິກ​ສະຫະພັນ​ແມ່ຍິງ​ກົມ​ໃຫຍ່​ເຕັກນິກ ໄດ້​ຮັບ​ຮູ້​ລວດລາຍ​ຂອງ​ສີ​ລະ​ປະ​ລາວ ແລະ ຄຸນຄ່າຂອງ ​ຜົນງານການ​ແກະສະຫຼັກ​ໄມ້​ຫຼາຍ​ຊະນິດ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສວຍ​ງາມ, ໜ້າ​ສົນໃຈ​ຂອງ​ມວນ​ຊົນ ແລະ ເປັນ​ສິ່ງ​ທີ່​ເປັນ​ເອກະລັກ​ອີກ​ຢ່າງ​ໜຶ່ງ ຂອງ​ວັດທະນະທຳ​ລາວ, ເຊິ່ງ​ເປັນ​ສະຖານທີ່​ທ່ອງ​ທ່ຽວ ທີ່​ເປັນ​ການ​ອະນຸລັກ​ຮີດຄອງ​ປະ ເພນີ​ລາວ ແຕ່​ເໜືອ​ເຖິງ​ໃຕ້ ຈາກ​ທີ່​ເປັນຕົ້ນ​ໄມ້​ທຳ​ມະ​ດາ ແລ້ວ​ມາ​ແກະສະຫຼັກ​ເປັນ​ລວດລາຍ​ຕ່າງໆ ທີ່​ມີ​ຄວາມ​ສວຍ​ງາມ ແລະ ມີ​ເອ ກະລັກ​ທີ່ມີຄຸນຄ່າເພື່ອເປັນບ່ອນ​ ທ່ຽວ​ຊົມ​ໃຫ້​ລູກ​ຫຼານ​ໃນ​ອະນາ ຄົດ. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ