ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັຊາການທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2025-08-05 14:21:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1483 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຊຽງຂວາງ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ, ມີບັນດາຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 5 ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງ, ໂຮງຮຽນ, ກອງພັນ, ກອງປະຕິບັດງານ 131, ກອງຮ້ອຍເອກະລາດ, ສູນເສຍອົງຄະ ແລະ ສະມາຊິກພັກສົມບູນເຂົ້າຮວ່ມ.
ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ປະທານກວດກາພັກ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເຜີຍແຜ່ຮ່າງລາຍງານການເມືອງທັງສອງພາກ, ສະຫາຍ ພັນເອກ ມີສຸກ ຂັນທະຍົງທອງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິການນໍາພາ ຂອງຄະນະພັກກອງບັນຊາການທະຫານແຂວງ. ຈາກນັ້ນ, ສະຫາຍ ພັນໂທ ຈັນທະວອນ ພິມມະສອນ ກໍາມະການຄະນະພັກກອງບັນຊາການ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງ ໄດ້ໄຂຂຶ້ນ ແລະ ອົດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 18 ມິຖຸນາ 2025 ໂດຍການເຂົ້າຮ່ວມ ຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງ, ມີຜູ້ແທນເຂົ້າຮ່ວມທັງໝົດ 141 ສະຫາຍ, ຍິງ 2 ສະຫາຍ, ຜູ້ແທນສົມບູນ 107 ສະຫາຍ, ຍິງ 2 ສະຫາຍ, ແຂກຖືກເຊີນ 34 ສະຫາຍ, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຈຳນວນ 11 ສະຫາຍ, ເລືອກຕັ້ງເອົາຜູ້ແທນສົມບູນ 16 ສະຫາຍ, ສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ IX ອົງຄະນະພັກແຂວງ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະສັນເລືອກຕັ້ງເອົາຄະນະປະຈຳພັກ 3 ສະຫາຍ ເພື່ອເປັນແກ່ນສານນໍາພາ-ຊີ້ນໍາ ກອງບັນຊາການທະຫານແຂວງຊຽງຂວາງ ໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນພັດທະນາກົມກອງ ໃຫ້ກາຍເປັນກອງທັບປະຕິວັດ ມີແບບແຜນທັນສະໄໝ, ກອງປະຊຸມ ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໃນທົ່ວອົງຄະນະພັກກອງບັນຊາການ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ທົ່ວອົງຄະນະພັກ ກອງບັນຊາການທະຫານແຂວງ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ອຸດົມການ, ມີຄວາມເປັນເອກະພາບສູງຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ວິທີນໍາພາໃຫ້ຖືກຕ້ອງ ແລະ ພ້ອມກັນນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ເກີດດອກອອກຜົນ ໂດຍເລັ່ງໃສ່ຍູ້ແຮງຂະບວນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ.
ໂດຍ: ວັດທະນາ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















