3 ພາກສ່ວນ ມອບເງິນອຸປະຖໍາ ໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-08-05 14:24:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1596 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ບໍລິສັດລັດ 20 ມັງກອນ ພັດທະນາ ນຳໂດຍ ສະຫາຍ ພັນເອກ ບຸນຍົງ ພັນດານຸວົງ ຜູ້ອຳນວຍການໃຫຍ່ ບໍລິສັດລັດ 20 ມັງກອນ ພັດທະນາ, ບໍລິສັດລັດ ພັດທະນາຊົນນະບົດ ນຳໂດຍ ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ອຳນວຍການ ບໍລິສັດລັດ ພັດທະນາຊົນນະບົດ ແລະ ບໍລິສັດ ລາວຣູສເທັກຄອມ ຈຳກັດ ນຳໂດຍ ທ່ານ ຄຳນ້ອງ ຮ່ວງຊະນະໄຊ ປະທານບໍລິສັດ ລາວຣູສເທັກຄອມ ຈຳກັດ ໄດ້ມອບເງິນອຸປະຖໍາ ໃຫ້ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ໂດຍການກ່າວຮັບ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.
ສຳລັບການມອບເງິນອຸປະຖໍາໃນຄັ້ງນີ້, ບໍລິສັດລັດ 20 ມັງກອນ ພັດທະນາ ມອບ 300.000.000ກີບ, ບໍລິສັດລັດ ພັດທະນາຊົນນະບົດ ມອບ 300.000.000 ກີບ ແລະ ບໍລິສັດ ລາວຣູສເທັກຄອມ ຈຳກັດ ມອບ 100.000.000 ກີບ.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດລັດ 20 ມັງກອນພັດທະນາ, ບໍລິສັດລັດ ພັດທະນາຊົນນະບົດ ແລະ ບໍລິສັດ ລາວຣູສເທັກຄອມ ຈໍາກັດ ທີ່ໄດ້ນຳເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ໃຫ້ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມໝາຍທີ່ເລິກເຊິ່ງ ແລະ ມີຜົນສຳເລັດ ຕາມແຜນການທີ່ວາງໄວ້. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ອວຍພອນໃຫ້ທັງ 3 ພາກສ່ວນ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນດໍາເນີນທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















