ປະກາດການສ້າງຕັ້ງໜ່ວຍພັກ ສຳນັກງານລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ
ເວລາອອກຂ່າວ: 2025-08-05 14:32:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1603 | ຄວາມນິຍົມ: ![]()
ພິທີ ປະກາດການສ້າງຕັ້ງໜ່ວຍພັກ ສຳນັກງານລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 5 ສິງຫານີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ອົງການຫ້ອງວ່າກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ອູລາຫາ ທອງວັນທາ ເລຂາຄະນະພັກຮາກຖານ, ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ, ມີຄະນະພັກ-ຄະນະບັນຊາ, ລັດວິສາຫະກິດ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ກົງສັກ ຈັນສີສະໝຸດ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ສຳນັກງານລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ຂຶ້ນກັບຄະນະພັກຮາກຖານ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ແລະ ມະຕິຕົກລົງ ວ່າດ້ວຍບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳຟອງ ອາມາດມົນຕີ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ນາງ ເກດສະໜອງ ສຸກເລືອງຄຳ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍເອກ ນາງ ສຸນິດາ ພົມມະກອນ ເປັນກຳມະການໜ່ວຍພັກ.
ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຮຽກຮ້ອງໃຫ້ນາຍທະຫານ ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນ, ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ ຄວາມສາມາດ ແລະ ແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບົບທັນສະໄໝ, ມີວິໄສທັດ ແລະ ມີຄວາມເປັນເອກະພາບໃນໝູ່ຄະນະ, ຍົກສູງກຳແໜ້ນບົດບາດໜ້າທີ່ການເມືອງຂອງຕົນ, ຍົກສູງນໍ້າໃຈເສຍສະຫຼະຕໍ່ປະເທດຊາດບ້ານເມືອງ, ເປັນແບບຢ່າງນໍາໜ້າປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດໃຫ້ເຂັ້ມງວດ, ຕັ້ງໜ້າກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບ ແລະ ສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງພະນັກງານ-ນັກຮົບ ໃຫ້ເລິກເຊິ່ງຕໍ່ເນື່ອງ, ປຸກລະດົມກຳລັງແຮງສັງລວມສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ຍູ້ແຮງການສ້າງກອງ 3 ປອດ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງເສດຖະກິດຕາມທ່າແຮງຂອງກົມກອງ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















