ຫົວໜ້າກົມອົບຮົມ ລົງກວດກາການຫັດແອບສວນສະໜາມ ຢູ່ກອງພັນໃຫຍ່ 279
ເວລາອອກຂ່າວ: 2025-08-05 14:48:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1859 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2025 ນີ້, ສະຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ລົງກວດກາການຫັດແອບສວນສະໜາມ ຂອງກ້ອນກໍາລັງກອງທັບປະຊາຊົນລາວ ຢູ່ກອງພັນໃຫຍ່ 279 ເພື່ອກະກຽມເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025), ໂດຍມີສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການເມືອງ ກອງພັນໃຫຍ່ 279, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ ແລະ ຄະນະວິຊາການ ເຂົ້າຮ່ວມ.
ການລົງຕິດຕາມກວດກາ ການຫັດແອບເຝິກຊ້ອມສວນສະໜາມໃນຄັ້ງນີ້ ກໍເພື່ອເປັນການກວດກາຄວາມພ້ອມ ຂອງກ້ອນກຳລັງກອງທັບປະຊາຊົນລາວ, ກວດກາຄວາມເປັນເອກະພາບ, ຄວາມເຂັ້ມແຂງ ແລະ ຄວາມເປັນລະບຽບຈົບງາມ. ທັງນີ້ກໍເພື່ອກະກຽມຄວາມພ້ອມຮອບດ້ານ ເພື່ອເຂົ້າຮ່ວມສະແດງໃນງານສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ໃຫ້ເປັນຂະບວນການຟົດຟື້ນແຂງແຮງ. ພ້ອມດຽວກັນນີ້, ຍັງໄດ້ກວດກາການຫັດແອບເຝິກຊ້ອມ ອັນເຊີນທຸງໄຊ ເຂົ້າໃນການສວນສະໜາມວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ອີກດ້ວຍ.
ໂອກາດນີ້, ສະຫາຍ ພັນເອກ ພູເງິນ ພົມເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ, ຄູອາຈານ ແລະ ຜູ້ເຂົ້າຮ່ວມສວນສະໜາມແຕ່ລະສະຫາຍ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ, ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີ, ປະສານສົມທົບໃນການຫັດແອບສວນສະໜາມ ໃຫ້ມີຄວາມເປັນເອກະພາບ, ເຂັ້ມແຂງ, ສວຍງາມ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໂດຍ: ຈອນນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















