ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກອງປະຊຸມປຶກສາຫາລື ການກວດກາສະຖານທີ່ ໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເລກ 2
ເວລາອອກຂ່າວ: 2025-08-05 15:29:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1686 | ຄວາມນິຍົມ:



ວັນທີ 4 ສິງຫາ 2025 ນີ້, ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມປຶກສາຫາລື ລະຫວ່າງ ຄະນະຮັບຜິດຊອບກວດກາສະຖານທີ່ ກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 (ນະຄອນຫຼວງວຽງຈັນ) ແລະ ເລກ 2 (ແຂວງອຸດົມໄຊ) ຮ່ວມກັບຄະນະວິຊາການ ສ ຣັດເຊຍ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກ ກອງທັບປະຊາຊົນລາວ, ມີສະຫາຍ ພົນຕີ ດີມີຕຣີ ໄກຣເຢັບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈໍາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີຄະນະກົມ, ຄະນະຮັບຜິດຊອບໂຄງການ, ບໍລິສັດ PSL, ຄະນະວິຊາການ ສ ຣັດເຊຍ ຕະຫຼອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນເອກ ສີສຸກ ພົມມະຈັນ ຮອງຫົວໜ້າກົມເສນາເຕັກນິກ ໄດ້ລາຍງານຄວາມຄືບໜ້າ ຂອງໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເລກ 2 ເຊິ່ງການກໍ່ສ້າງເບື້ອງຕົ້ນ ແມ່ນພົບກັບຄວາມຍຸ້ງຍາກທາງດ້ານສະພາບອາກາດ ລະດູຝົນ ຈຶ່ງເຮັດໃຫ້ການກໍ່ສ້າງຊັກຊ້າ, ສະເພາະເຂດເຕັກນິກ ກຳລັງກະກຽມໃນການເທພື້ນເບຕົງ ແລະ ບາງພື້ນທີ່ ໄດ້ມັດເຫຼັກໄວ້ກຽມເທ, ທາງດ້ານໄຟຟ້າ, ນໍ້າປະປາ ກຳລັງກະກຽມລົງມືກໍ່ສ້າງ ຄາດກະໃຫ້ສຳເລັດກ່ອນ ວັນທີ 15 ກັນຍາ 2025 ນີ້, ມາຮອດປັດຈຸບັນ ໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ສໍາເລັດ 42,5% ແລະ ໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 2 ສໍາເລັດ 75,11%. ກອງປະຊຸມຄັ້ງນີ້ ແນໃສ່ໃຫ້ຄະນະການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເລກ 2 ລາຍງານຄວາມຄືບໜ້າທັງສອງຈຸດ, ພ້ອມທັງໃຫ້ຄະນະວິຊາການ ສ ຣັດເຊຍ ເຄື່ອນໄຫວກວດກາຕົວຈິງຄວາມຄືບໜ້າຂອງແຕ່ລະຈຸດກໍ່ສ້າງ, ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນການປະຕິບັດຕາມແຜນການ ຂອງການກໍ່ສ້າງໃຫ້ມີຜົນສຳເລັດຕາມແຜນການ. ໂອກາດນີ້, ສະຫາຍ ພັນເອກ ດາວວອນ ພົມມະວົງ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍ ເອົາໃຈໃສ່ເຄື່ອນໄຫວຊຸກຍູ້, ສົ່ງເສີມ ພ້ອມທັງ ຕິດຕາມກວດກາການກໍ່ສ້າງທັງສອງຈຸດໃຫ້ປົກກະຕິ, ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຄົບຖ້ວນຕາມເຕັກນິກແຜນຜັງທີ່ໄດ້ສະເໜີໄປນັ້ນ ຮັບປະກັນທາງດ້ານຄຸນນະພາບ ແລະ ສຳເລັດຕາມແຜນການ, ເພື່ອເຮັດໃຫ້ການກໍ່ສ້າງໄດ້ຮັບຜົນດີມີຄຸນນະພາບສຳເລັດຕາມກຳນົດເວລາ. ຫຼັງຈາກນັ້ນ, ທັງສອງຝ່າຍ ໄດ້ເຄື່ອນໄຫວກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເລກ 2. ໂດຍ: ຄໍາສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ