ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການສາທາລະນະສຸກເມືອງກາສີ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2025-08-06 08:39:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1265 | ຄວາມນິຍົມ:



ໃນວັນທີ 5 ສິງຫາ 2025, ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງການສາທາລະນະສຸກເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການສາທາລະນະສຸກເມືອງກາສີ ຜູ້ເກົ່າ ແລະ ຜູ້ໃໝ່. ໂດຍການເປັນປະທານ ຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ ແລະ ທ່ານ ດຣ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີຮອງເລຂາພັກເມືອງ, ບັນດາຄະນະປະຈຳພັກເມືອງ, ກໍາມະການຄະນະພັກເມືອງ, ຫົວໜ້າ-ຮອງຫ້ອງການ ກຸ່ມວັດທະນະທຳ-ສັງຄົມ, ມີຫົວໜ້າສຸກສາລາ, ຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານແພດໝໍພາຍໃນຫ້ອງການສາທາລະລະສຸກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ດຣ ຄໍາສິງ ດວງປັນຍາ ຫົວໜ້າຫ້ອງການສາທາລະລະສຸກເມືອງກາສີ ຜູ້ເກົ່າ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຮອບດ້ານໃນໄລຍະຜ່ານມາວ່າ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງຂອງພັກ ແລະ ວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຫ້ອງການ ເຊິ່ງມີວຽກງານທີ່ພົ້ນເດັ່ນຄື: ໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການ ຮັບຮູ້-ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ໄດ້ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022-2024 (ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ປີຊ້ອນ), ໄດ້ຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະເອກະສານຕ່າງໆ ທີ່ຂຶ້ນເທິງວາງອອກ ມາເປັນແຜນການ, ເປັນໂຄງການ, ເປັນແຜນວຽກອັນລະອຽດ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງໃກ້ຊິດ, ມີຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້, ມີການຕຳນິຕິຊົມ ແລະ ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກການມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ດຣ ຄໍາສິງ ດວງປັນຍາ ຫົວໜ້າຫ້ອງການສາທາລະລະສຸກເມືອງກາສີ ຜູ້ເກົ່າ ແລະ ທ່ານ ດຣ ຂັນໄຊ ພົມມະຈັກ ຫົວໜ້າຫ້ອງການສາທາລະລະສຸກເມືອງກາສີ ຜູ້ໃໝ່. ໃນໂອກາດນີ້, ທ່ານ ອຳໄພ ໂສລັດຕະນະວົງ ໄດ້ກ່າວມອບລົດ ອາບູລັງ ໃຫ້ແກ່ຫ້ອງການສາທາລະນະສຸກເມືອງ ເຊິ່ງລົດຄັນດັ່ງກ່າວ ແມ່ນການຊ່ວຍເຫຼືອຈາກກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ (ກອງ 58) ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຢູ່ພາຍໃນຫ້ອງການສາທາລະນະສຸກເມືອງ. ພ້ອມນັ້ນ, ທ່ານ ອຳໄພ ໂສລັດຕະນະວົງ ແລະ ທ່ານ ດຣ ສີໂຫ ແສງສະຫວ່າງ ໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຜູ້ທີ່ຮັບໜ້າທີ່ໃໝ່ ສືບຕໍ່ປະຕິບັດໜ້າທີ່ໃຫ້ມີຜົນສຳເລັດຢ່າງສູງ. (ພາບ-ຂ່າວ: ນາງ ດາລັກ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ