ທະຫານແຂວງອັດຕະປື ສະຫຼຸບວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-06 09:20:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1479 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2025, ຢູ່ທີ່ກອງບັນຊາການທະຫານແຂວງອັດຕະປື ໄດ້ສະຫຼຸບວຽກງານປ້ອງກັນຊາດ ປະຈຳ 6 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະບັນ ຊາ 5 ຫ້ອງ, ກົມກອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເກັດສະໜາກົມມະເມືອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງອັດຕະປື ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນໄລຍະ 6 ເດືອນຕົ້ນປີ 2025, ພະນັກງານຂັ້ນນຳພາ-ບັນຊາ ໄດ້ເອົາໃຈໃສລົງຕິດຕາມ, ກວດກາການປະຕິບັດວຽກງານຂອງ ພະນັກງານ-ນັກຮົບ ໃນເເຕ່ລະພະເເນກການທີ່ຂຶ້ນກັບ ໂດຍສະເພາະສະມາຊິກພັກເປັນເເບບຢ່າງທີ່ດີ, ໃນການປະຕິບັດຂໍ້ກຳນົດກົດລະບຽບຂອງພັກ, ກົດ ໝາຍຂອງລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີເເນວຄິດການ ເມືອງໜັກແໜ້ນ ສາມາດເຮັດສຳເລັດວຽກງານທີ່ຂັ້ນເທິງມອບໝາຍໃຫ້, ພະນັກງານ ສະມາຊິກ
ພັກ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນ; ໄດ້ຮ່ວມມືກັບສາກົນ ເພີ່ມທະວີການຮ່ວມມືກັບເພື່ອນມິດຍຸດທະສາດໂດຍການລົງເຄື່ອນໄຫວ ຂຸດຄົ້ນອັດຖິທະ ຫານອາສາສະໝັກຫວຽດນາມ ຮ່ວມກັບ ກອງ ກາ53 ຂຸດຄົ້ນໄດ້ 12 ອັດຖິ ພ້ອມນັ້ນ; ໄດ້ເຂົ້າຮ່ວມພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີສິດໃນປາງສົງຄາມຢູ່ 3 ແຂວງພາກໃຕ້ທີ່ແຂວງຈຳປາສັກເປັນເຈົ້າພາບ; ໃນໂອກາດດຽວກັນນີ້, ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັມແຂງ ໜັກແໜ້ນ ໃຫ້ບັນດາກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ຕື່ມອີກ.
ໂດຍ: ຈັນສະໝອນ ໄຊຍະພູມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















