ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ຫ້ອງ​ພະລາທິການ ກອງ​ພົນ​ທີ 3 ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-08-06 09:21:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1358 | ຄວາມນິຍົມ:



ວັນ​ທີ 31 ກໍລະກົດ 2025, ຫ້ອງ​ພະລາທິການ ກອງ​ພົນ​ທີ 3 ໄດ້​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ວ່າງ​ທິດ​ທາງ​ແຜນການ ປະຈຳ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວິ​ໄຊ ຫຼວງ​ໄຊ​ສຸກ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 3, ມີ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ສົມ​ນິດ ທາ​ນຸ​ເຈີ ຕ່າງ​ໜ້າ​ພະ​ແນກ​ບໍລິຫານ​ຫ້ອງ​ພະລາທິການ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະ ຈຳ 6 ເດືອນ​ຕົ້ນ​ປິ 2025 ແລະ ທິດ​ທາງ​ແຜນການ ປະຈຳ 6 ເດືອນ​ທ້າຍ​ປີ 2025; ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ການ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ເປັນຕົ້ນ​ແມ່ນ​ການເຝິກແອບ​ຮ່ຳຮຽນ​ການເມືອງ, ການ​ທະຫານ, ພະລາ ທິການ​ເຕັກນິກ ແລະ ເຂົ້າ​ຮ່ວມ​ຮັບ​ຟັງ​ປາຖະກະຖາ​ບັນດາ​ມູນເຊື້ອ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ກອງທັບ, ການ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ ໂດຍ​ສະເພາະ​ແມ່ນ 7 ລະບອບ 18 ວຽກ​ມື້ໜຶ່ງ​ຂອງ​ກອງທັບ; ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພະລາທິການ​ເພື່ອ​ລ້ຽງ​ດູ​ທັບ, ຮັບປະກັນ​ການ​ເບີກ-ຈ່າຍ​ຕາມ​ລະບົບ​ອັດຕາ​ຂອງ​ຂັ້ນ​ເທິງ​ຮັບປະກັນ​ດ້ານ​ງົບປະມານ​ເປັນຕົ້ນ​ແມ່ນ​ນ້ຳມັນ​ເຊື່ອ​ໄຟ, ເງິນ​ເດື່ອນ, ເງິນ​ອັດຕາ​ກິນ, ເຂົ້າ​ກິນ, ເຄື່ອງນຸ່ງ​ຫົ່ມ, ຢາ​ປິ່ນປົວ​ພະຍາດ, ວຽກ​ງານ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໄດ້​ປັບປຸງ​ເຄຫາ​ສະຖານທີ່​ຄ້າຍ​ຄູ​ໄດ້​ປັບປຸງ​ຫ້ອງການ​ບໍລິຫານ 1 ຫຼັງ, ສ່າງ​ເຂົ້າ 1 ຫຼັງ, ປັບປຸງ​ເຮືອນ​ເດີນ​ກີລາ​ເປ​ຕັງ ແລະ ເຮືອນຄົວ, ວຽກ​ງານ​ພັກ-ພະນັກງານ​ຂະຫຍາຍ​ພັກ​ໄດ້ 2 ສະຫາຍ, ເລື່ອນ​ສຳ ຮອງ​ຂຶ້ນ​ສົມບູນ 2 ສະຫາຍ, ສະ ເໜີ​ເລື່ອນ​ຊັ້ນ​ໃຫ້​ນາຍ ແລະ ພົນທະຫານ 13 ສະຫາຍ, ແກ້​ໄຂ​ສ້າງ​ຄອບຄົວ 2 ຄູ່, ວຽກ​ງານ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ໄດ້​ປູກ​ພຶດ​ຜັກ​ລົ້ມ​ລຸກ, ພຶດ​ເປັນ​ສິນ​ຄ້າ​ຕາມ​ລະດູ​ການ​ໄດ້ 750 ກິ​ໂລກ​ຣາມ, ລ້ຽງ​ງົວ 24 ໂຕ, ມີ​ໜອງ​ປາ 7 ໜອງ ປ່ອຍ​ປາ 21.000 ໂຕ, ລ້ຽງສັດ​ປີກ​ອີກ​ຈຳນວນ​ໜຶ່ງ. ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້ 8 ໜ່ວຍ​ພັກ ທີ່​ຂຶ້ນ​ກັບ ຄະນະ​ພັກ​ຮາກ​ຖານ​ຫ້ອງ​ພະລາທິການ ກອງ​ພົນ​ທີ 3 ຕື່ມ​ອີກ. ໂດຍ: ທອງ​ເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ