ວພກ ປຶກສາຫາລື ການລົງເກັບກຳກວດກາຄຸນນະພາບ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2025-08-06 09:22:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1195 | ຄວາມນິຍົມ: ![]()
ວັນທີ 31 ກໍລະກົດ 2025, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປຶກສາຫາລື ການລົງເຄື່ອນໄຫວເກັບກຳກວດກາຄຸນນະພາບ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ ຮອງຫົວໜ້າອຳນວຍການ, ຫົວໜ້າຫ້ອງການເມືອງ ວພກ, ມີບັນດາຄະນະພັກຮາກຖານ 6 ຫ້ອງ, 2 ກອງພັນ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອເຮັດໃຫ້ການລົງເກັບກຳກວດກາໃນຄັ້ງນີ້ ສາມາດຮັບ ປະກັນໄດ້ຄວາມຖຶກຕ້ອງຕາມສະພາບຄວາມເປັນຈິງ, ສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງໄດ້ຮຽກຮ້ອງໃຫ້ບັນດາພາກ ສ່ວນກ່ຽວຂ້ອງເກັບກຳຂໍ້ມູນຢ່າງລະອຽດ, ພ້ອມທັງປະເມີນຕີລາຄາໃຫ້ຄະແນນບັນດາກົມກອງ ແລະ ກອງພັນນັກຮຽນຕາມສະພາບຕົວຈິງຂອງເຂດທຳການຜະລິດ ປູກຝັງ-ລ້ຽງສັດ. ພາຍຫຼັງລົງເກັບກຳຕົວຈິງສຳ ເລັດແລ້ວ ກໍໄດ້ມີການສະຫຼຸບຖອດຖອນບົດຮຽນ, ຕີລາຄາປະເມີນຄຸນນະພາບ, ໃຫ້ຄະແນນ ແລະ ຍ້ອງຍໍຊົມເຊີຍ ບັນດາກົມກອງ, ໜ່ວຍພັກທີ່ດີເດັ່ນ, ຕຳນິສົ່ງຂ່າວບາງກົມກອງ, ໜ່ວຍພັກທີ່ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າຕື່ມອີກ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















