ກອງປະຊຸມສ່ອງແສງປະຈຳໄຕມາດຂອງວຽກງານຕີພິເສດໃນເຂດໃຈກາງ
ເວລາອອກຂ່າວ: 2025-08-06 09:24:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1280 | ຄວາມນິຍົມ: ![]()
ໃນວັນທີ 31 ກໍລະກົດ 2025 ຢູ່ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມສ່ອງແສງປະຈຳໄຕມາດຂອງວຽກງານຕີພິເສດໃນເຂດໃຈກາງ ໂດຍການເປັນປະທານຂອງສະຫາຍພັນເອກ ທອງດຳ ດວງມາລາ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ມີບັນດາຜູ້ຕາງໜ້າກົມກອງທີ່ຢູ່ເຂດໃຈກາງ 11 ກົມກອງເຂົ້າຮ່ວມໂດຍການຕ້ອນຮັບຂອງພະແນກຕີພິເສດ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ.
ໃນກອງປະຊຸມຜູ້ຕາງໜ້າ ຂອງແຕ່ລະກົມກອງ ກໍໄດ້ຜັດ ປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຕີພິເສດຂອງຕົນ ປະຈຳໄຕມາດ 3 ແລະ ວຽກງານຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດການຝຶກຜົນຫັດແອບສິນລະປະຍຸດ-ຍຸດທະວິທີວິຊາສະເພາະໃຫ້ມີຄວາມຄ່ອງແຄ່ວ ແລະມີພິກໄຫວໃນການເຄື່ອນໄຫວ ການປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ນອກຈາກນັ້ນແມ່ນຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ເຂົ້າໃນທຸກຂົງເຂດວຽກງານຂອງກົມກອງເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນເຊື່ອໜັ້ນຕໍ່ການນຳພາຂອງພັກ, ຄຽງຄູ່ກັນນັ້ນກໍ່ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອົງການປົກຄອງທ້ອງຖີ່ນເພື່ອເກັບກຳເອົາສະພາບການຕ່າງໆ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນເວລາ, ພ້ອມນີ້ຍັງໄດ້ຈັດຕັ້ງອົບ ຮົມ-ຫັດແອບວຽກວິຊາສະເພາະໃຫ້ມີຄວາມຊຳນິຊຳນານປະກອບສ່ວນເຂົ້່າໃນການປັບ ປຸງກໍ່ສ້າງກົມກອງ, ເຂັ້ມແຂງ, ໜັກແໜ້ນ, ຕີຕ້ານ ແລະ ສະກັດກັ້ັ້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມປອດໄພ.
ໂດຍ: ທະນັນເສນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















