ຊາວໜຸ່ມ-ແມ່ຍິງ ກອງພັນໃຫຍ່ 279 ມອບນ້ຳດື່ມ ໃຫ້ກ້ອນກຳລັງສວນສະໜາມ
ເວລາອອກຂ່າວ: 2025-08-06 09:30:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1266 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2025 ນີ້, ສະຫາຍ ພັນໂທ ອ່ອນແກ້ວ ພົມມະສຸລິນ ຮອງຫົວໜ້າການ ເມືອງ ກອງພັນໃຫຍ່ 279 ໄດ້ ນໍາພາອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ກອງພັນໃຫຍ່ 279 ນຳເອົານ້ຳດື່ມຈຳນວນ 80 ແພັກ ໄປມອບໃຫ້ກ້ອນກໍາລັງ ສວນສະໜາມ ທີ່ກຳລັງຫັດແອບ ສວນສະໜາມ ເພື່ອກະກຽມເຂົ້າ ຮ່ວມພິທີສວນສະໜາມສະເຫຼີມ ສະຫຼອງວັນຊາດ ສສ ຫວຽດ ນາມ ຄົບຮອບ 80 ປີ. ໂດຍການ ກ່າວຮັບຂອງ ສະຫາຍ ພັນໂທ ສົມທອງ ໄຊວອນເພັດ ຫົວໜ້າ ການເມືອງ ກອງພັນ 792 ກອງ ພັນໃຫຍ່ 279.
ສະຫາຍ ພັນໂທ ອ່ອນແກ້ວ ພົມມະສຸລິນ ໄດ້ກ່າວວ່າ: ການ ມອບນນໍ້າດື່ມໃນຄັ້ງນີ້ ແມ່ນເປັນ ການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບ ທີ່ກຳລັງຫັດແອບສວນສະໜາມ ຕາງໜ້າໃຫ້ກອງທັບປະຊາຊົນ ລາວ ເພື່ອເຂົ້າຮ່ວມພິທີສວນສະ ໜາມສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ມີບັນ ຍາກາດຟົດຟື້ນ ແລະ ສຳເລັດຕາມ ການມອບໝາຍ ຂອງຂັ້ນເທິງ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ສົມທອງ ໄຊວອນເພັດ ໄດ້ສະແດງຄວາມຂອບໃຈ ຕໍ່ ອົງການຈັດຕັ້ງມະຊົນຊາວໜຸ່ມ-ແມ່ຍິງກອງພັນໃຫຍ່ ທີ່ເຫັນໄດ້ ຄວາມໝາຍສໍາຄັນຂອງວຽກ ງານດັ່ງກ່າວ ພ້ອມທັງໃຫ້ຄໍາໝັ້ນ ສັນຍາ ວ່າ: ຈະນຳເອົານໍ້າດື່ມໄປມອບຕໍ່ໃຫ້ພະນັກງານ-ນັກ ຮົບ ທີ່ເຂົ້າຮ່ວມຫັດແອບສວນ ສະໜາມ ຢ່າງທົ່ວເຖິງ.
ຂ່າວ: ກິ່ງແກ້ວ ສີສະກຸນ
ພາບ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















