ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ເມສາ 2026

  

ສື່ມວນຊົນກອງທັບ ແມ່ນພາກສ່ວນໜຶ່ງທີ່ມີບົດບາດສຳຄັນໃນການເປັນປາກກະບອກສຽງອັນແຫຼມຄົມ ຂອງພັກ-ລັດ ກໍຄືຂອງກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-08-06 14:37:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1678 | ຄວາມນິຍົມ:



(ເນື່ອງໃນໂອກາດວັນສື່ມວນຊົນລາວ ຄົບຮອບ 75 ປີ 13 ສິງຫາ 1950-13 ສິງຫາ 2025) ສະຫາຍ ພັນຕີ ໂຊເລ້ ບຸນເຮືອງ ຮອງຫົວໜ້າພະແນກຂ່າວຕ່າງປະເທດ, ເລຂາໜ່ວຍຊາວໜຸ່ມ ກອງບັນນາທິການໜັງສືພິມກອງທັບ ໄດ້ສະແດງຄວາມຮູ້ສຶກ ຕໍ່ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ວ່າ: ໂດຍພາຍໃຕ້ການນຳພາ-ຊີ້ນໍາ ຂອງພັກ ໃນຕະຫຼອດໄລຍະຜ່ານມາ, ພັກໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ປາຍແຫຼມ ຂອງພັກ ໃນນີ້, ເວົ້າສະເພາະສື່ມວນຊົນກອງທັບ ແມ່ນພາກສ່ວນໜຶ່ງ ຂອງສື່ມວນຊົນລາວໃນທົ່ວປະເທດ ທີ່ມີບົດບາດສຳຄັນໃນການເປັນປາກກະບອກສຽງອັນແຫຼມຄົມຂອງພັກ-ລັດ ກໍຄືຂອງກະຊວງປ້ອງກັນປະເທດ ປະກອບສ່ວນເຂົ້າໃນການເຄື່ອນໄຫວໂຄສະນາສຶກສາອົບຮົມ, ປຸກລະດົມ, ເຜີຍແຜ່ແນວທາງການເມືອງ, ການທະຫານ ແລະ ມະຕິ, ຄຳສັ່ງຕ່າງໆ ຂອງພັກ-ລັດ, ທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ໂຄສະນາປຸກລະດົມຂະບວນການຕ່າງໆ ເພື່ອຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກອງທັບ ນອກນີ້, ຍັງເຮັດໜ້າທີ່ຕອບຕ້ານທຸກຖ້ອຍທຳນອງການໂຄສະນາບິດເບືອນໃສ່ຮ້າຍປ້າຍສີ ຂອງພວກອິດທິກໍາລັງປໍລະປັກ. ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວນີ້, ຂໍອວຍພອນໃຫ້ສື່ມວນຊົນລາວທຸກທົ່ວໜ້າ ໂດຍສະເພາະແມ່ນສື່ມວນຊົນໃນກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນສືບຕໍ່ນຳເອົາແນວທາງນະໂຍບາຍຂອງພັກ-ລັດ ກໍຄືທິດນຳຂອງກະຊວງປ້ອງກັນປະເທດ ໂຄສະນາເຜີຍແຜ່ລົງສູ່ທ້ອງຖິ່ນຮາກຖານໃຫ້ເລິກເຊິ່ງກວ່າເກົ່າ. ສະຫາຍ ພັນຕີ ພິດສະໄໝ ສອນວິໄລ ຮອງຫົວໜ້າພະແນກໜັງສືພິມເອເລັກໂຕຣນິກ, ຮອງເລຂາໜ່ວຍຊາວໜຸ່ມ ກອງບັນນາທິການໜັງສືພິມກອງທັບ ໄດ້ສະແດງທັດສະນະວ່າ: ສື່ມວນຊົນແມ່ນເຄື່ອງມືທາງດ້ານການເມືອງ-ແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ເຊິ່ງມີພັກເປັນແກນນຳ, ມີບົດບາດເປັນກະບອກສຽງອັນແຫຼມຄົມໃຫ້ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນການໂຄສະນາສຶກສາອົບຮົມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະໜ້າຮູ້, ສາລະບັນເທີງ ໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ ແລະ ຖ້ອຍທໍານອງທີ່ບິດເບືອນຄວາມຈິງຢູ່ໃນສັງຄົມ, ສື່ມວນຊົນກອງທັບ ເປັນພາກສ່ວນໜຶ່ງໃນຖັນແຖວສື່ມວນຊົນລາວ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໃນກອງທັບປະຊາຊົນລາວ, ສະໜອງຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ນອກກອງທັບ, ຂ່າວຕ່າງປະເທດ, ສາລະສິ່ງຄວນຮູ້ຕ່າງໆ ລວມທັງເຜີຍແຜ່ແນວທາງການເມືອງ, ການທະຫານ ແລະ ມະຕິ, ຄໍາສັງຕ່າງໆ ຂອງພັກ-ລັດ, ທາດແທ້ ມູນເຊື້ອຂອງຊາດ, ຂອງກອງທັບ, ປຸກລະດົມຂະບວນການລວມໝູ່ ແລະ ວຽກດີ-ຄົນເດັ່ນ, ຕຳນິວິຈານ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນກອງທັບ. ນອກນີ້, ຍັງເຮັດໜ້າທີ່ຕອບຕ້ານທຸກຖ້ອຍທຳນອງ ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີ ຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ ໄດ້ຢ່າງທັນການ ແລະ ແຫຼມຄົມ. ມາຮອດປັດຈຸບັນ, ໜັງສືພິມກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ ຫັນເຂົ້າສູ່ແບບແຜນທັນສະໄໝ ໃນການເຮັດວຽກງານສື່ໃນໄລຍະໃໝ່ ຮັບປະກັນເປັນກະບອກສຽງໃຫ້ແກ່ຄະນະພັກ ກະຊວງປ້ອງກັນປະເທດ, ປັດຈຸບັນໄດ້ມີຫຼາຍຊ່ອງທາງໃນການໂຄສະນາ ເປັນຕົ້ນແມ່ນ ທາງດ້ານເວັບໄຊ: www.kongthap.gov.la, Facebook: lao People Army News ສ່ວນຜະລິດຕະພັນດັ້ງເດີມ ກໍແມ່ນໜັງສືພິມກອງທັບປະຊາຊົນລາວ ທີ່ພິມຈໍາໜ່າຍໃນທົ່ວປະເທດ ໂດຍສະເພາະແມ່ນກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ສໍານັກງານ ຂອບເຂດໃຈກາງອ້ອມຂ້າງນະຄອນຫຼວງວຽງຈັນ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີນີ້, ສະຫາຍ ພັນຕີ ພິດສະໄໝ ສອນວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງບັນດາສື່ມວນຊົນໃນກອງທັບ ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເປັນການປະກອບສ່ວນເຮັດໃຫ້ສື່ມວນຊົນລາວ ໄດ້ມີຄວາມເຕີບຂະຫຍາຍຕົວເປັນກ້າວໆ ມາ ສູ່ເວທີພາກພື້ນ ແລະ ສາກົນ. ດັ່ງນັ້ນ, ຈົ່ງສືບຕໍ່ເປັນປາກກະບອກສຽງເປັນແຫຼມຄົມໃນການເຮັດວຽກງານໂຄສະນາ ສື່ແບບໃໝ່ໃຫ້ມີຄວາມທັນສະໄໝ ທີ່ມີຄວາມວ່ອງໄວ ທັນການ ແລະ ມີປະສິດທິພາບ. ໂດຍ: ບຸນຊ້ອຍ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ