ຖະແຫຼງຂ່າວ ກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນ ຂອງຄະນະປະຈຳສະພາແຫ່ງຊາດ
ເວລາອອກຂ່າວ: 2025-08-06 14:39:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1876 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກຳ ຂອງສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການອອກມະຕິ ແລະ ຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ຄື: ມະຕິ ສະບັບ ເລກທີ 197/ຄປຈ; ມະຕິ ສະບັບເລກທີ 203/ຄປຈ; ມະຕິ ສະບັບເລກທີ 204/ຄປຈ ແລະ ຄຳແນະນຳ ສະບັບເລກທີ 16/ຄປຈ ເພື່ອໃຫ້ທຸກການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ແລະ ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ກ່ຽວກັບເຫດຜົນ ແລະ ເນື້ອໃນການອອກມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງລັດຖະການ ຫຼື ການຂຽນບ່ອນອີງ ຂອງກົດໝາຍໃສ່ເອກະສານທາງລັດຖະການ ເຊິ່ງຈຸດປະສົງຕົ້ນຕໍການອອກມະຕິສະບັບນີ້ ແມ່ນແນໃສ່ໃຫ້ມີຄວາມຮັດກຸມ ແລະ ຈະແຈ້ງໃນການຂຽນບ່ອນອີງທາງດ້ານກົດໝາຍໃສ່ເອກະສານທາງລັດຖະການ. ຄວາມເປັນຈິງໃນການຂຽນຊື່ກົດໝາຍກ່ອນມາດຕາ ຫຼື ຂຽນມາດຕາກ່ອນຂຽນຊື່ກົດໝາຍ ລ້ວນແຕ່ມີຄຸນປະໂຫຍດ ແລະ ໃຊ້ໄດ້, ແຕ່ກໍມີຄວາມແຕກຕ່າງກັນຄື: ການຂຽນຊື່ກົດໝາຍກ່ອນມາດຕາ ແມ່ນການເລີ່ມຈາກການຂຽນອັນລວມ ໄປສູ່ອັນສະເພາະ, ສ່ວນການຂຽນມາດຕາ ຂອງກົດໝາຍຂຶ້ນກ່ອນການຂຽນຊື່ກົດໝາຍນັ້ນ ແມ່ນການເລີ່ມຈາກການຂຽນອັນສະເພາະໄປສູ່ອັນລວມ (ຕາມມາດຕະເກນທາງປັດຊະຍາ). ແຕ່ເຫັນວ່າ ການຂຽນມາດຕາ ຂອງກົດໝາຍຂຶ້ນກ່ອນຊື່ກົດໝາຍ ຈະມີຄວາມໝາຍເຈາະຈົງສະເພາະ ແລະ ມີຄວາມຊັດເຈນກ່ຽວກັບການຂຽນບ່ອນອີງທາງກົດໝາຍ ຂອງເອກະສານທາງລັດຖະການ. ສະນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງອອກມະຕິຕົກລົງໃຫ້ຂຽນບ່ອນອີງທາງກົດໝາຍ ໂດຍຂຽນມາດຕາຂຶ້ນກ່ອນຊື່ກົດໝາຍ. ນອກຈາກເຫດຜົນດັ່ງກ່າວແລ້ວ, ຄະນະປະຈຳສະພາແຫ່ງຊາດ ຍັງອີງໃສ່ສະພາບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍເອກະສານ ແລະ ຄຳແນະນຳ ຂອງກະຊວງພາຍໃນ ກ່ຽວກັບການປະຕິບັດກົດໝາຍ ວ່າດ້ວຍເອກະສານ. ພ້ອມກັນນັ້ນ, ຍັງອີງໃສ່ບົດຮຽນຂອງຫຼາຍປະເທດໃນໂລກ ຕື່ມອີກ.
ນັບແຕ່ນີ້ເປັນຕົ້ນໄປ, ສະເໜີໃຫ້ທຸກອົງການຈັດຕັ້ງ ໃນລະບົບການເມືອງປະຊາທິປະໄຕປະຊາຊົນ ຂອງ ສປປ ລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງ ຕໍ່ມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງລັດຖະການ. ໝາຍຄວາມວ່າ ບ່ອນອີງ ຂອງທຸກເອກະສານທາງລັດຖະການ ໃຫ້ຂຽນມາດຕາ ຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍຕາມຫຼັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ. ພ້ອມກັນນີ້, ສະເໜີໃຫ້ລັດຖະບານ, ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳ ສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າ ໃຫ້ສອດຄ່ອງຕາມມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ກ່ຽວກັບເຫດຜົນ ແລະ ເນື້ອໃນການອອກມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ: ຈຸດປະສົງຕົ້ນຕໍການອອກມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ປັບປຸງການໃສ່ສີ ແລະ ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດ ແມ່ນແນໃສ່ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບສູງທົ່ວປະເທດຕາມເນື້ອໃນມາດຕາ 114 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2025. ສຳລັບການປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດ ບໍ່ໃຫ້ບັງຮູບທາດຫຼວງ ເປັນຕົ້ນ ຈອມຮູບທາດຫຼວງທາງລຸ່ມ ແມ່ນແນໃສ່ເຮັດໃຫ້ເຫັນແຈ້ງຮູບທາດຫຼວງຢ່າງຊັດເຈນ, ເພາະວ່າທາດຫຼວງແມ່ນສັນຍະລັກທີ່ໂດດເດັ່ນທາງດ້ານວັດທະນະທຳຂອງຊາດລາວ.
ໃນມາດຕາ 76 ຂອງລັດຖະທຳມະນູນ ສະບັບປີ 1991; ໃນມາດຕາ 90 ຂອງລັດຖະທຳມະນູນ ສະບັບປີ 2003; ໃນມາດຕາ 111 ຂອງລັດຖະທຳມະນູນ ສະບັບປີ 2015 ແລະ ໃນມາດຕາ 114 ຂອງລັດຖະທຳມະນູນ ສະບັບປີ 2025 ໄດ້ກຳນົດກ່ຽວກັບເຄື່ອງໝາຍຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວເຟືອງ ແລະ ໂບສີແດງ ຂຽນອັກສອນ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ” ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຝື້ອງພະຈັນ ແລະ ໂບສີແດງຂຽນອັກສອນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອ ກະພາບ, ວັດທະນະຖາວອນ”. ການປັບປຸງລັດຖະທຳມະນູນ 3 ຄັ້ງຜ່ານມາ, ແມ່ນບໍ່ໄດ້ປັບປຸງເນື້ອໃນກ່ຽວກັບມາດຕາທີ່ກຳນົດເຄື່ອງໝາຍຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ກ່າວມາຂ້າງເທິງນັ້ນ ແລະ ບໍ່ໄດ້ກຳນົດໃຫ້ໃສ່ສີຄຳ. ການໃສ່ສີຄຳໃສ່ເຄື່ອງໝາຍຊາດ ກໍມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ແຕ່ຊໍ້າພັດລຶບບັນດາສັນຍະລັກ ລວມທັງສີທີ່ກຳນົດໄວ້ໃນເຄື່ອງໝາຍຊາດຂອງລັດຖະທຳມະນູນ. ອີກປະການໜຶ່ງ, ເຫັນວ່າຍອດໃບໄມ້ຍັງມີສ່ວນບັງຮູບທາດຫຼວງ ເຊິ່ງເປັນທີ່ເຄົາລົບບູຊາ ຂອງປະຊາຊົນລາວບັນດາເຜົ່າ. ຍ້ອນແນວນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງອອກມະຕິ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ ແລະ ປັບຍອດໃບໄມ້ບໍ່ໃຫ້ບັງຮູບທາດຫຼວງໃນເຄື່ອງໝາຍຊາດສະບັບນີ້.
ກ່ຽວກັບເຫດຜົນ ແລະ ເນື້ອໃນ ການອອກມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການຈັດຊຸດສະພາປະຊາຊົນຂັ້ນແຂວງ: ຈຸດປະສົງຕົ້ນຕໍໃນການອອກມະຕິສະບັບນີ້ ແມ່ນແນໃສ່ເພື່ອຢືນຢັນການກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ. ສຳລັບການກຳນົດການຈັດຊຸດສະພາປະຊາຊົນຂັ້ນແຂວງ ຊຸດປັດຈຸບັນ ໃຫ້ເປັນຊຸດທີ IV ເພື່ອໃຫ້ສອດຄ່ອງກັບການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ (ວັນທີ 4 ສິງຫາ 1978) ເພື່ອໃຫ້ສອດຄ່ອງກັບລັກສະນະປະຫວັດສາດ ແລະ ສະພາບການຕົວຈິງໃນການສ້າງຕັ້ງ ແລະ ເຄື່ອນໄຫວ ຂອງສະພາປະຊາຊົນທ້ອງຖິ່ນຢູ່ປະເທດເຮົານັບແຕ່ປີ 1975 ເຖິງປັດຈຸບັນ.
ຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະ ກົດ 2025 ກ່ຽວກັບການປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະນາ ເຜີຍແຜ່ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2025 ແມ່ນແນໃສ່ຜັນຂະຫຍາຍມູນເຊື້ອ ກ່ຽວກັບການສະເຫຼີມສະຫຼອງວັນປະກາດໃຊ້ລັດຖະທຳມະນູນ ເຊິ່ງເອີ້ນວ່າ: ວັນລັດຖະທຳມະນູນແຫ່ງຊາດ ທີ່ພວກເຮົາເຄີຍຈັດຕັ້ງປະຕິບັດມາໃນແຕ່ລະປີ, ປີນີ້ ແມ່ນຄົບຮອບ 34 ປີ ຢູ່ໃນໄລຍະ ທີ່ພວກເຮົາພວມຜັນຂະຫຍາຍຜົນສຳເລັດ ທີ່ສຳຄັນໃນການປັບປຸງລັດຖະທຳມະນູນ ສະບັບປີ 2025. ສະນັ້ນ, ການປາຖະກະຖາກ່ຽວກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ຈຶ່ງດຳເນີນໄປຕິດພັນກັບການໂຄສະນາ ເຜີຍແຜ່ຜົນການປັບປຸງເນື້ອໃນລັດຖະທຳມະນູນ ສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ, ປະຊາຊົນລາວບັນດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄືພີ່ນ້ອງຊາວລາວຢູ່ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະ ນະຖາວອນ.
ໂດຍ: ສຸກສົງການ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















