ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ເມສາ 2026

  

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງສາລະວັນ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2025-08-06 14:45:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1824 | ຄວາມນິຍົມ:



ໃນວັນທີ 6 ສິງຫາ 2025 ນີ້, ຢູ່ສະໂມສອນ ແຂວງສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງສາລະວັນ ຄັ້ງທີ X ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ບັນດາການນໍາ ຜູ້ຕາງໜ້າຈາກແຂວງອ້ອມຂ້າງແຂວງ ແລະ ກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈໍານວນ 16.839 ສະຫາຍ ໃນທົ່ວແຂວງສາລະວັນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ X ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ອໍານາດການປົກຄອງທຸກຂັ້ນພາຍໃນແຂວງສາລະວັນ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສາລະວັນ ເຊິ່ງໄດ້ປະເຊີນໜ້າ ກັບສິ່ງທ້າທາຍທົດສອບຫຼາຍບັນຫາ ເປັນຕົ້ນ: ການລະບາດ ຂອງພະຍາດ ໂຄວິດ-19, ບັນຫາໄພເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການ ຂອງຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ທຸກທົ່ວໜ້າເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ, ໄດ້ຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ. ພ້ອມກັນນັ້ນ, ໄດ້ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກວ້າງຂວາງ, ດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ສໍາເລັດ 100%, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາ ຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ. ຕະຫຼອດໄລະເວລາດໍາເນີນກອງປະຊຸມໃຫຍ່, ນອກຈາກຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສຳເລັດ. ພ້ອມດຽວກັນ, ຍັງຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດ ຖະມົນຕີ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດ ໃນການຈັດຕັ້ງປະຕິບັດໃຫ້ເຮັດສໍາເລັດໜ້າທີ່ການເມືອງ ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາແຂວງສາລະວັນ ໃຫ້ໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ສະຫາຍ ປອ ດາວວົງ ພອນແກ້ວ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງ ຂອງແຂວງສາລະວັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນຢ່າງສະຫງ່າງາມ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ