ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ທັດສະນະຢ້ຽມຊົມ ອະນຸສອນສະຖານ ປະທານ ສຸພານຸວົງ
ເວລາອອກຂ່າວ: 2025-08-06 14:49:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1712 | ຄວາມນິຍົມ: ![]()
ໃນວັນທີ 6 ສິງຫາ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຂົ້າຢ້ຽມຊົມອະນຸສອນສະຖານ ປະທານ ສຸພານຸວົງ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄືວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909-13 ກໍລະກົດ 2025) ນຳໂດຍ ສະຫາຍ ພັນໂທ ສອນໄຊ ອິນທະວົງ ຫົວຫນ້າພະແນກໂຄສະນາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ.
ການທັດສະນະໃນຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ-ສະມາຊິກຊາວໜຸ່ມ ໄດ້ສຶກສາຮ່ຳຮຽນເອົາແບບຢ່າງທີ່ດີ ຂອງທ່ານຜູ້ນຳ ທາງດ້ານຄຸນສົມບັດ ສິນທຳປະຕິວັດ, ແບບແຜນດຳລົງຊີວິດທີ່ປອດໃສ ຂາວສະອາດ, ວີລະກຳອັນລ້ຳເລີດ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ໃນຂະບວນການປະຕິວັດຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຕະຫຼອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ກຳໄດ້ປະຫວັດສາດມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ຖອດຖອນໄດ້ບົດຮຽນປະຫວັດສາດ ເພື່ອນຳເອົາບັນດາບົດຮຽນພຶດຕິກຳຕົວຈິງດັ່ງກ່າວມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຢູ່ກົມກອງໃຫ້ມີຜົນສຳເລັດສູງ; ເປັນພື້ນຖານໃຫ້ພະນັກງານ-ສະມາຊິກຊາວໜຸ່ມ ເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານທັດສະນະ, ຫຼັກໝັ້ນ, ຄຸນທາດການເມືອງ, ນໍ້າໃຈເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ຕໍ່ສູ້ພິລະອາດຫານເດັດດ່ຽວບໍ່ຍອມຈຳນົນຕໍ່ສັດຕູ, ນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ຮັກລະບອບໃໝ່ ສ້າງຄວາມມຸ່ງມາດປາດຖະໜາອັນແຮງກ້າໃນການອຸທິດຕົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ປະທານ ສຸພານຸວົງ ແມ່ນຜູ້ນໍາຄົນສໍາຄັນຂອງພັກ-ລັດ ທີ່ໄດ້ສ້າງຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ, ແມ່ນຜູ້ນໍາປະຕິວັດທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ເດັດດ່ຽວອາດຫານ ແລະ ປີຊາສາມາດ ທີ່ໄດ້ອຸທິດສະຕິປັນຍາ ແລະ ກໍາລັງວັງຊາ ເພື່ອຄວາມເປັນເອກະລາດ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















