ເປີດຊຸດເຝິກອົບຮົມ ວຽກງານວິຊາສະເພາະ ການສູ້ຮົບເອເລັກໂຕຣນິກ ໃຫ້ພະນັກງານກອງທັບປະຊາຊົນລາວ
ເວລາອອກຂ່າວ: 2025-08-06 14:52:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1695 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2025 ນີ້, ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ເປິດຊຸດເຝິກອົບຮົມວຽກງານວິຊາສະເພາະການສູ້ຮົບເອເລັກໂຕຣນິກ ໄລຍະ 3 ເດືອນ ໃຫ້ພະນັກງານເຮັດວຽກວິຊາສະເພາະ ສື່ສານກອງທັບປະຊາຊົນລາວ ທີ່ ກອງ 871 ກົມໃຫຍ່ການເມືອງກອງທັບ ປະຊາຊົນຫວຽດນາມ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຮວ້າງ ຕູ່ ຊິງ ຮອງຫົວໜ້າກົມເອເລັກໂຕຣນີກ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນໂທ ສຸລະໄຊ ສຸກແສງຕາ ຮອງຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ລາວ ປະຈຳ ຢູ່ ສສ ຫວຽດນາມ, ມີສະຫາຍ ພັນຕີ ບົວລາ ວົງວິໄລ ຫົວໜ້າການທະຫານກອງພັນ ເອເລັກໂຕຣນິກ 216, ຫົວຫົວໜ້າຄະນະ, ມີບັນດາພະນັກງານຈາກກົມເອເລັກໂຕຣນິກ, ຄະນະພັກ-ຄະນະບັນຊາ ກອງ 871 ແລະ ບັນດານັກເຝິກອົບຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ຮວ້າງ ຕູ່ ຊິງ ໄດ້ກ່າວວ່າ: ການເຝິກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ພື້ນຖານກ່ຽວກັບການການນຳໃຊ້ລະບົບສູ້ຮົບເອເລັກໂຕຣນິກ ເພື່ອເປັນພື້ນຖານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າ, ກໍ່ສ້າງກຳລັງ ສູ້ຮົບເອເລັກໂຕນິກ ຂອງກອງທັບປະຊາຊົນລາວ ແລະ ໃນໜ້າທີ່ການງານ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີແບບພິເສດລະຫວ່າງກອງທັບປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ, ເຊິ່ງເນື້ອໃນການເຝິກອົບຮົມໄດ້ສຸມໃສ່ 3 ບັນຫາຕົ້ນຕໍຄື: ຄວາມຮູ້ທົ່ວໄປກ່ຽວກັບການຄຸ້ມຄອງລະບົບການສູ້ຮົບເອເລັກໂຕຣນິກ, ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ຄວບຄຸມອຸປະກອນການສູ້ຮົບເອເລັກໂຕນິກ ແລະ ເຂົ້າໃຈກ່ຽວກັບບາງອຸປະກອນສູ້ຮົບເອເລັກໂຕຣນິກ ໃຫ້ໄດ້ດີຍິງຂຶ້ນ. ພ້ອມທັງ ໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມ 10 ສະຫາຍ ສຸມໃສ່ຮ່ຳຮຽນ, ເອົາໃຈໃສ່ໃນການຄົ້ນຄ້ວາເອກະສານ ນຳເອົາຄວາມຮູ້ກ່ຽວກັບເຕັກໂນໂລຊີທີ່ຕົນມີມາ ແລກປ່ຽນ ແລະ ປຶກສາຫາລືໂດຍກົງໃນຫ້ອງຮຽນກັບຄູອາຈານກ່ຽວກັບເນື້ອໃນການເຝິກອົບຮົມນີ້ໃຫ້ມີຄວາມກ້າວໜ້າ ແລະ ດີຂຶ້ນເລື່ອຍໆ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















