ວຕກ ປະກາດການແຕ່ງຕັ້ງຄະນະອະນຸກໍາມະການກວດກາລະບຽບ ແລະ ຜ່ານແຜນການກອບກູ້ໄພພິບັດທາງທຳມະຊາດ
ເວລາອອກຂ່າວ: 2025-08-06 14:54:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1743 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດການແຕ່ງຕັ້ງຄະນະອະນຸກໍາມະການກວດກາລະບຽບ ແລະ ຜ່ານແຜນການກອບກູ້ໄພພິບັດທາງທຳມະຊາດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ, ມີບັນດາຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍບັນດາອະນຸກຳມະການຕ່າງໆ ເຂົ້າຮ່ວມ.
ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າຫ້ອງການບໍລິຫານ ໄດ້ຜ່ານຂໍ້ຕົກລົງ ຂອງວິທະຍາຄານເຕັກນິກການທະຫານ ວ່າດ້ວຍການແຕ່ງຕັ້ງຄະນະອະນຸກຳມະການກວດກາລະບຽບທົ່ວວິທະຍາຄານ ໃນນີ້, ຈະໄດ້ເຄື່ອນໄຫວກວດກາພື້ນຖານລະບຽບບຸກຄົນ ແລະ ການປະຕິບັດ 7 ລະບອບ 18 ວຽກ ຂອງນາຍ ແລະ ພົນທະຫານ, ນັກສຶກຢູ່ ວຕກ ໂດຍແນໃສ່ເຮັດໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ, ນາຍ ແລະ ພົນທະຫານທຸກສະຫາຍ ປະຕິບັດໄດ້ຕາມຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ຖືກຕ້ອງ, ເຂັ້ມງວດ, ເປັນເອກະພາບ, ກຳໄດ້ໜ້າທີ່ໃນການປັບປຸງກ່ໍສ້າງກົມກອງ ຕາມທິດຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນເທື່ອລະກ້າວ.
ໂອກາດດຽວກັນ, ຍັງໄດ້ຜ່ານແຜນການກະກຽມພາຫະນະ, ກຳລັງພົນເພື່ອກອບກູ້ໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນໃນລະດູຝົນປີ 2025 ຕື່ມອີກ. ທັງນີ້, ເພື່ອກະກຽມຮັບມືກັບສະຖານະການໄພພິບັດສຸກເສີນທາງທຳມະຊາດ ໃຫ້ທ່ວງທັນ, ຮັບປະກັນໄດ້ຄວາມປອດໄພຂອງກົມກອງ, ຊິວິດ-ຊັບສິນຂອງຄອບຄົວ ນາຍ ແລະ ພົນທະຫານ ວຕກ ກໍຄືກຽມພ້ອມຊ່ວຍເຫຼືອປະຊາຊົນໃນຂອບເຂດຮາກຖານ ທີ່ໄດ້ຮັບອຸທົກກະໄພຢ່າງວ່ອງໄວ, ທັນການ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















