ອົງການຈັດຕັ້ງມະຫາຊົນ ກທອ ສ້າງຂະບວນການອອກແຮງງານລວມ ແລະ ປະດັບປະດາກົມກອງ
ເວລາອອກຂ່າວ: 2025-08-07 09:34:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1141 | ຄວາມນິຍົມ: ![]()
ໃນວັນທີ 31 ກໍລະກົດ 2025 ນີ້, ອົງການຈັດຕັ້ງມະຫານຊົນ ຊາວໜຸ່ມ-ແມ່ຍິງ ກອງບັນຊາການທະຫານອາກາດ (ກທອ) ໄດ້ສ້າງຂະບວນການອອກແຮງງານລວມ ອະນາໄມ ແລະ ປະດັບປະດາກົມກອງ, ໂດຍການນຳພາຂອງ ສະຫາຍ ພັນໂທ ທອງສະຫວັດ ສີສົງຄາມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ, ມີສະມາ ຊິກຊາວໜຸ່ມ, ສະຫະພັນແມ່ຍິງທົ່ວອົງການ ກທອ ເຂົ້າຮ່ວມ.
ການອອກແຮງງານລວມ ອະນາໄມ ແລະ ປະດັບປະດາກົມ ກອງ ໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກອງ ທັບ ກໍຄືຂອງກົມກອງ ໂດຍສະ ເພາະແມ່ນຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟື້ນ ທັງເຮັດໃຫ້ກົມກອງມີຄວາມສະອາດຈົບງາມ ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















