ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ກໍລະກົດ 2026

  

ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ເມືອງຫົງສາ
ເວລາອອກຂ່າວ: 2025-08-07 13:56:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1901 | ຄວາມນິຍົມ:



ວັນທີ 6 ສິງຫາ 2025 ນີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຊິ່ງນຳໂດຍ ທ່ານ ປອ ລີເບີ ລີບົວປາວ ກໍາມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ກວດສອບ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ 5 ຈຸດຂອງເມືອງຫົງສາ ຄື: ສໍານັກງານ-ອົງການ, ບ້ານສີມຸງຄຸນ, ໂພນໄຊ, ແທ່ນຄຳ ແລະ ບ້ານນາປຸ່ງ ໂດຍມີ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ-ລັດຖະກອນ, ລັດວິສາຫະກິດ-ສູນບໍລິການປະຈໍາເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນການເຜີຍແຜ່ຢູ່ແຕ່ລະຈຸດ, ສສຊ ແລະ ສສຂ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ ຈາກອົງການປົກຄອງເມືອງ ແລະ ບ້ານ ໂດຍຫຍໍ້. ຈາກນັ້ນ, ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II, ຍົກໃຫ້ເຫັນ ບາງເນື້ອໃນສຳຄັນທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ, ເຊິ່ງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນນັບແຕ່ ວັນທີ 9-26 ມິຖຸນາ 2025 ໂດຍການເປັນປະທານ ຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆ ຄື: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ສາມາດປະຕິບັດບັນດາຄາດໝາຍບັນລຸຜົນສໍາເລັດ, ຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ ໃນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບ ຄື : ກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍ ວ່າດ້ວຍສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍພະນັກງານ ໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍສາມັນສຶກກສາ; ກົດໝາຍ ວ່າດ້ວຍການປູກຝັງ. ກົດໝາຍປັບປຸງ 5 ສະບັບ ຄື : ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍ ວ່າດ້ວຍອາກອນລາຍໄດ້; ກົດໝາຍ ວ່າດ້ວຍປ້າຍ; ກົດໝາຍ ວ່າດ້ວຍຊົນລະປະທານ ແລະ ກົດໝາຍ ວ່າດ້ວຍການປັບປຸງມາດຕາ ຂອງກົດໝາຍ ວ່າດ້ວຍສານປະຊາຊົນ. ສັງລວມແລ້ວ ຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນສຽງເຫັນດີເປັນເອກກະສັນສ່ວນຫຼາຍ. ພ້ອມນີ້, ໄດ້ຍົກໃຫ້ເຫັນຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລະ ນິນິກໍາໃຕ້ກົດໝາຍທົ່ວແຂວງ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກຄອງ 11 ເມືອງຂອງແຂວງໄຊຍະບູລີ ແລະ ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງເຈົ້າແຂວງໄຊຍະບູລີຈໍານວນ 3 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ, ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຄ້າຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຕື່ມອີກ. ທັງນີ້, ເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ບັນດາມະຕິຮັບຮອງໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ແນໃສ່ເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນພາຍໃນເມືອງຫົງສາ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ; ພ້ອມທັງເປັນການພົບປະ ແລະ ຮັບຟັງກ່ຽວກັບຄໍາສະເໜີ ຂອງປະຊາຊົນ ທີ່ໄດ້ສະເໜີ ຕໍ່ ສສຊ ແລະ ສສຂ ຕໍ່ກັບຄຳສະເໜີດັ່ງກ່າວ ສສຊ ແລະ ສສຂ ຈະໄດ້ນຳໄປສະເໜີຕໍ່ຄະນະນຳຂັ້ນເທິງ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ພິຈາລະນາແກ້ໄຂຕາມຄວາມເໝາະສົມໃນຕໍ່ໜ້າ. ພາບ-ຂ່າວ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ