ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ການນຳພັກ-ລັດ ແຂວງອຸດົມໄຊ ເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ເເລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-08-07 14:32:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1857 | ຄວາມນິຍົມ:



ໃນຕອນເຊົ້າ ຂອງວັນທີ 7 ສິງຫາ 2025 ນີ້, ການນໍາພັກ-ລັດ ແຂວງອຸດົມໄຊ ນໍາໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ, ມີຄະນະປະຈໍາພັກແຂວງ, ຄະນະບໍລິຫານງານສະພາປະຊາຊົນແຂວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນ ແລະ ຄະນະບໍລິຫານງານພັກ 7 ເມືອງ ຕາງຫນ້າໃຫ້ສະມາຊິກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າແຂວງອຸກົມໄຊ ໄດ້ເຂົ້າວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ອົງຄະນະພັກ ແຂວງອຸດົມໄຊ ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 8-9 ສິງຫາ ນີ້. ການວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ໃນຄັ້ງນີ້ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຕໍ່ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ ແລະ ພົນທະຫານ ແລະ ປະຊາຊົນລາວບັນດາເຜົ່າທີ່ເສຍສະຫຼະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ ກໍຄືແຂວງອຸດົມໄຊ ພ້ອມທັງ ສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ ຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດປະຕິວັດປົດປ່ອຍຊາດ, ຍາດເອົາເອກະລາດ, ອິດສະຫຼະພາບ, ອຳນາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວ, ນໍາພາປະເທດຊາດກ້າວຂຶ້ນສູ່ສັງກາດໃໝ່, ເຮັດໃຫ້ປະເທດຊາດ ມີເອກະລາດ ແລະ ມີຖານະອັນສົມກຽດໃນເວທີສາກົນ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກປະເສີດຂອງປະຊາຊົນລາວບັນດາເຜົ່າ, ເປັນວີລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ຊື່ສຽງ, ຄຸນງາມຄວາມດີ, ວີລະກຳອັນລໍ້າຄ່າ ຂອງປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍະລັກ ແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນເອກະພາບໃນທຸກຊັ້ນຄົນ, ທຸກສາສະໜາ, ເພດໄວ ແລະ ບັນດາປະຊາຊາດ ທີ່ຮັກຫອມສັນຕິພາບໃນທົ່ວໂລກ. (ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງຢູ່ດວງໃຈ ຂອງປວງຊົນລາວທັງຊາດ ຕະຫຼອດໄປ). ໂດຍ: ແສງອາທິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ