ສືບຕໍ່ຍົກສູງວຽກງານກຽມພ້ອມສູ້ຮົບ ຕິດພັນກັບວຽກງານອົບຮົມ-ຫັດແອບ
ເວລາອອກຂ່າວ: 2025-08-07 15:28:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2372 | ຄວາມນິຍົມ: ![]()
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກ, ປະທານກວດກາພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕາງໜ້າໃຫ້ຄະນະພັກ ກົມໃຫຍ່ເສນາທິການກອງທັບ ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ບາງຕອນສໍາຄັນວ່າ:
ຕະຫຼອດໄລຍະ 5 ປີຜ່ານມາ, ກອງທັບປະຊາຊົນລາວ ສາມາດເຮັດສໍາເລັດໜ້າທີ່ຮອບດ້ານ ແລະ ມີຫຼາຍອັນໃໝ່, ຫຼາຍອັນພົ້ນເດັ່ນ ໃນນີ້, ວຽກກຽມພ້ອມສູ້ຮົບ ແລະ ວຽກງານອົບຮົມ-ຫັດແອບ ເປັນຂົງເຂດວຽກງານໜຶ່ງ ທີ່ໄດ້ຮັບການເອົາໃຈໃສ່ເປັນກໍລະນີພິເສດ ແລະ ໄດ້ຮັບການປັບປຸງແກ້ໄຂທາງດ້ານແບບແຜນ ນັບແຕ່ຂັ້ນກະຊວງ ລົງຮອດທ້ອງຖິ່ນ ຢ່າງເປັນລະບົບຄົບຊຸດ ແລະ ຕັ້ງໜ້າ, ບັນຫາທີ່ພົ້ນເດັ່ນແມ່ນ ການປະກອບ ພາຫານະ-ອາວຸດທີ່ທັນສະໄໝ ໃຫ້ແກ່ບັນດາເຫຼົ່າຮົບສູ້ຮົບຈໍານວນໜຶ່ງ ໄປຄຽງຄູ່ກັບການເຝິກອົບຮົມ, ການຊ້ອມຮົບໃນຫຼາຍລະດັບ, ຫຼາຍຂັ້ນ ທັງພາຍໃນ ກັບຕ່າງປະເທດ. ແຕ່ເນື່ອງຈາກ ວຽກງານກຽມພ້ອມສູ້ຮົບ ຕິດພັນກັບທຸກຂົງເຂດວຽກງານ ສະນັ້ນ, ການຈັດຕັ້ງຜັນຂະຫຍາຍທິດທາງແຜນການໃນ 5 ປີຜ່ານມາ ເຖິງຈະມີຫຼາຍອັນທີ່ພົ້ນເດັ່ນ ແຕ່ພວກເຮົາ ຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສູ້ຊົນ ປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ ເພື່ອບັນລຸໄດ້ຄາດໝາຍທີ່ວາງໄວ້.
ວຽກງານເສນາທິການ: ກ່ຽວກັບລະບອບປະຈຳການ, ຈໍານວນພົນປະຈຳການ ມີຫຼາຍກົມກອງເຮັດໄດ້ດີ ແລະ ເຮັດໄດ້ຢ່າງເປັນປົກກະຕິ, ແຕ່ຍັງມີຫູາຍໆ ກົມກອງທ້ອງຖິ່ນ ຍັງບໍ່ສາມາດປະຕິບັດໄດ້ ຍ້ອນການຈັດຕັ້ງປະກອບພາຫະນະ ແລະ ກຳລັງພົນບໍ່ພຽງພໍກັບຄວາມຕ້ອງການໜ້າທີ່ຕົວຈິງ; ກ່ຽວກັບກໍາລັງພົນ: ໃນແຕ່ລະປີ ມີການຮັບເຂົ້າທະຫານຫຼາຍ ແຕ່ການປະກອບກໍາລັງພົນຢູ່ຫຼາຍກົມກອງທ້ອງຖິ່ນຍັງບໍ່ພຽງພໍ, ຈໍານວນໜຶ່ງມີແຕ່ຕົວເລກ ແຕ່ບໍ່ມີໜ້າ; ຫຼາຍໆ ກົມກອງມີຈໍານວນພະນັກງານກວມເຖິງ 70% ສ່ວນນັກຮົບ ມີພຽງ 30% ເປັນສາເຫດພາໃຫ້ຂາດກໍາລັງປະຈຳການຢູ່ກົມກອງ ແລະ ຢູ່ບັນດາປ້ອມລຽບຊາຍແດນ ເພາະວ່າ ພະນັກງານສ່ວນຫຼາຍ ແມ່ນຢູ່ນໍາຄອບຄົວ.
ວຽກງານອົບຮົມ-ຫັດແອບ: ມີຫຼາຍດ້ານເຂັ້ມແຂງ ແລະ ພົ້ນເດັ່ນ ເປັນຕົ້ນແມ່ນ ການຊ້ອມຮົບຮ່ວມ ລາວ-ຣັດເຊຍ (ລາໂຣສ) ຊ້ອມຮົບຮ່ວມ ລາວ-ຈີນ (ໂລ້ກຳບັງ), ຊ້ອມຮົບກໍາລັງຕີພິເສດ ລາວ-ຣັດເຊຍ ລະຫັດ: (ໃຕ້ຝຸ່ນ), ຊ້ອມຮົບຕິພິເສດຮ່ວມ ລາວ-ຫວຽດນາມ ແລະ ຊ້ອມກອບກູ້ໄພພິບັດ 3 ກອງທັບ (ລາວ, ກຳປູເຈຍ, ຫວຽດນາມ) ແຕ່ວຽກງານອົບຮົມ-ຫັດແອບ ຢູ່ພາຍໃນ ຍັງມີຫຼາຍດ້ານທີ່ຈະຕ້ອງພ້ອມກັນປັບປຸງ ແກ້ໄຂໃຫ້ດີຂຶ້ນທາງດ້ານຄຸນນະພາບ ແລະ ປະລິມານ. ຜ່ານມາ, ກໍາລັງຫຼວງ ຈັດຕັ້ງປະຕິບັດໄດ້ ເປັນປົກກະຕິ, ແຕ່ກຳລັງທ້ອງຖິ່ນ ຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ, ຍັງມີຫຼາຍກົມກອງ ບໍ່ສາມາດຈັດຕັ້ງເຝິກອົບຮົມປະຈໍາປີ, ບາງກົມກອງ ເພື່ອປະຕິບັດໃຫ້ໄດ້ຕາມແຜນການປະຈໍາປີ ຂອງກົມໃຫຍ່ເສນາທິການກອງທັບວາງອອກ ກໍໄດ້ຈັດຕັ້ງເຝິກອົບຮົມແບບເປັນຮູບການ, ຄຸນນະພາບຍັງບໍ່ສູງ.
ວຽກງານສຶກສາປ້ອງກັນຊາດ: ພາຍໃຕ້ການຊີ້ນໍາ ຂອງກົມໃຫຍ່ເສນາທິການກອງທັບ ໄດ້ມີແຜນການ ເຄື່ອນໄຫວກວດກາ ຊີ້ນໍາ ແລະ ຈັດຕັ້ງເຝິກອົບຮົມໃຫ້ກຳລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ, ເຝິກ ອົບຮົມສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ສູ້ຮົບປ້ອງກັນບໍລິເວນເມືອງຢ່າງເປັນປົກກະຕິ ແຕ່ຍັງບໍ່ທັນເປັນຂະບວນການ, ໃນແຕ່ລະປີໃນຂອບເຂດທົ່ວປະເທດໄດ້ເຝິກອົບຮົມພຽງແຕ່ 3-5 ກອງຮ້ອຍ, 2-3 ກຸ່ມບ້ານ, 1-2 ເມືອງ. ສ່ວນສູ້ຮົບປ້ອງກັນບໍລິເວນແຂວງ ແມ່ນຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້, ສະນັ້ນ, ເວົ້າໄດ້ວ່າ ວຽກງານປ້ອງກັນຊາດທົ່ວປວງຊົນ ຍັງຕ້ອງໄດ້ພິຈາລະນາ ແລະ ແກ້ໄຂໃຫ້ດີກວ່ານີ້.
ສັງລວມແລ້ວ ວຽກງານອົບຮົມ-ຫັດແອບ ຕ້ອງຕິດພັນກັບວຽກງານກຽມພ້ອມສູ້ຮົບ ແລະ ທັງສອງວຽກງານນີ້ ຕ້ອງກົມກຽວກັບວຽກງານສູ້ຮົບ ແລະ ຕ້ອງຕິດແໜ້ນ ກັບວຽກງານການເມືອງ, ພະລາທິການ-ເຕັກນິກ ໄປພ້ອມໆ ກັນ, ທັງຍູ້ແຮງວຽກງານສຶກສາອົບຮົບການເມືອງ-ນໍາພາແນວຄິດ ໄປຄຽງຄູ່ກັບການ ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ຢູ່ກົມກອງຮາກຖານ ໂດຍສະເພາະແມ່ນພາກສ່ວນທີ່ເຮັດໜ້າທີ່ຢູ່ເຂດທຸລະກັນດານ, ຢູ່ບັນດາປ້ອມວົງໃນ-ວົງນອກ ແລະ ຢູ່ລຽບຊາຍແດນ ໃຫ້ມີທີ່ພັກອາໄສທີ່ດີ ແລະ ມີຊີວິດທີ່ດີຂຶ້ນ.
ໂດຍ: ຈິດ+ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















