ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ພະແນກການ​ເມືອງ ກອງພັນ​ໃຫຍ່ 611 ມອບ​ເງິນ​ຊົດ​ເຊີຍ​ພັກ​ການ​ຮັບ​ບຳນານ 15%
ເວລາອອກຂ່າວ: 2025-08-08 08:48:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1196 | ຄວາມນິຍົມ:



ວັນ​ທີ 4 ສິງຫາ 2025, ກອງພັນ​ໃຫຍ່ 611 ໄດ້​ມອບ​ເງິນ​ຊົດ​ເຊີຍ​ພັກ​ການ​ຮັບ​ບຳນານ 15%, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ບຸນ​ເລີດ ສຸດ​ຕະ​ກອນຫົວໜ້າ​ພະແນກການ​ເມືອງ​ກອງ ພັນ​ໃຫຍ່ 611, ມີ​ພະນັກງານ​ໜ່ວຍ ງານ​ທີ່​ກ່ຽວຂ້ອງ ແລະ ພະນັກ ງານ​ພັກ​ການ​ຮັບ​ບຳນານ​ ເຂົ້າ​ຮ່ວມ. ອີງ​ຕາມ​ກົດ​ໜາຍ​ວ່າ​ດ້ວຍ ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ ປະກັນ​ສັງຄົມ, ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ຄິດໄລ່​ເງິນ​ນະໂຍບາຍ​ອຸດ​ໜູນ 15% ແລະ ເງິນ​ຊົດ​ເຊີຍ​ພັກ​ການ ໃຫ້​ພະນັກງານ​ພັກ​ການ​ເຂົ້າ​ຮັບ​ບຳນານ​ຢູ່​ກອງພັນ​ໃຫຍ່ 611 ຈຳນວນ 5 ສະຫາຍ, ໃນ​ນີ້​ມີ​ຊັ້ນ​ພັນ​ຕີ ຈຳນວນ 4 ສະຫາຍ, ຊັ້ນ​ຮ້ອຍ​ເອກ 1 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 54.758.000 ກີບ. ສະຫາຍ ພັນ​ໂທ ບຸນ​ເລີດ ສຸດ​ຕະ​ກອນ ໄດ້​ຮຽກຮ້ອງ​ມາ​ຍັງ ພະນັກງານ​ທີ່​ໄດ້​ຮັບ​ເງິນ​ຊົດ​ເຊີຍໃນ​ຄັ້ງ​ນີ້ ຈົ່ງນຳ​ໃຊ້​ເງິນ​ດັ່ງກ່າວເຂົ້າ​ໃຊ້​ໃນ​ໜ້າທີ່​ວຽກ​ງານ​ປັບປຸງ​ສ້າງ​ເສດ ຖະກິດ​ຂອງ​ຄອບຄົວ ແລະ ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດເພື່ອ​ສ້າງ​ໃຫ້​ຄອບຄົວ​ມີ​ການ​ພັດທະນາ​ດີ​ຂຶ້ນ; ພາຍຫຼັງ​ໄດ້​ພັກ​ການ​ກັບ​ຄືນ ດຳລົງ​ຊີວິດ​ຢູ່​ທ້ອງ​ຖີ່ນ​ຂອງ​ຕົນ​ແລ້ວ ກໍ​ຕ້ອງ​ປະຕິບັດ​ກົດໝາຍ​ຂອງ​ບ້ານ, ເມືອງ ເອົາໃຈໃສ່ ເສີມ​ຂະຫຍາຍ​ມູນເຊື້ອ​ຂອງ​ກອງທັບ​ເຂົ້າ​ໃນ​ການ​ສຶກ​ສາ​ອົບຮົມລູກ​ ຫຼານ ໄວ​ໜຸ່ມ ຢູ່​ຂອບ​ເຂດ​ທ້ອງ​ຖິ່ນ ທີ່​ຕົນ​ອາໄສ ໄດ້​ຮັບ​ຮູ້​ເຂົ້າໃຈ ຕໍ່​ທິດ​ທາງ​ແຜນ​ນະໂຍບາຍ​ຂອງ​ພັກ; ຂອງ​ລັດ ໃນ​ໄລຍະ​ໃໝ່. ໂດຍ: ພູ​ວາ ເພຍ​ຄຳ​ໂງ່ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ