ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ໂຮງໝໍ​ບໍລິເວນ 109 ກອງທັບມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ
ເວລາອອກຂ່າວ: 2025-08-08 08:49:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1217 | ຄວາມນິຍົມ:



ວັນ​ທີ 1 ສິງຫາ 2025, ໂຮງ ໝໍ​ບໍລິເວນ 109 ກອງທັບ ໄດ້​ມອບ ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີ ວິດ ໃຫ້​ກັບ 2 ຄອບຄົວ​ອະດີດ​ພະນັກງານ​ທະຫານ​ທີ່​ເສຍ​ຊິວິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ດຣ ສົມບູນ ໄຊ​ຍະ​ຄຳ ຫົວໜ້າ​ການເມືອງ​ໂຮງໝໍ​ບໍລິເວນ 109, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ ແລະ ຄອບຄົວ​ຜູ້​ເສຍ​ຊີວິດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຫົງ​ທອງ ພົມ​ມະ​ຈັກ ຊ່ວຍ​ວຽກ​ປະກັນ​ສັງ ຄົມ ໂຮງໝໍ​ບໍລິເວນ 109 ໄດ້​ຜ່ານ​ກົດໝາຍ​ປະກັນ​ສັງຄົມ​ແຫ່ງ​ລັດ, ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ປະກັນ​ສັງຄົມ​ແຫ່ງ​ລັດ ແລະ ໃບ​ຄິດໄລ່​ອະນຸມັດ​ເບີກ​ຈ່າຍ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ​ຂອງ​ພະນັກງານ ຈຳນວນ 2 ຄອບຄົວ ແລະ ແຕ່​ລະ​ຄອບຄົວ ຈະ​ໄດ້​ຮັບ​ເງິນ​ແຕກ​ຕ່າງ​ກັນ​ຕາມ​ອາຍຸ​ການ​ຂອງ​ຜູ້​ເສຍ​ຊີວິດ. ໂດຍ: ນາງ ໂຄ​ດາ ໄຊ​ຍະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ