ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນ້ຳທາ ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ V
ເວລາອອກຂ່າວ: 2025-08-08 08:50:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1225 | ຄວາມນິຍົມ: ![]()
ວັນທີ 1 ສິງຫາ 2025, ຢູ່ທີ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນ້ຳທາ ໄດ້ປິດຊຸດອົບ ຮົມກໍ່ສ້າງນາຍສິບ ຊຸດທີ V, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນສະເເຫວງ ທີບຄູນທອງ ຮອງເລຂາພັກແຂວງ ປະທານກວດກາພັກ ອົງການກວດກາລັດເເຂວງຫຼວງນ້ຳທາ, ມີສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງ, ຄະນະພັກ-ຄະນະອຳ ນວຍການໂຮງຮຽນ, ພະນັກງານ ຄູ-ອາຈານ ແລະ ນັກຮຽນຊຸດກໍ່ສ້າງນາຍສິບ ເຂົ້າຮ່ວມ.
ສະຫາຍ ພັນໂທ ນີນຄຳ ຄຳແຂງສີ ຮອງຫົວໜ້າການທະ ຫານ ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນ້ຳທາ ໄດ້ຜ່ານບົດສະຫຼຸບຂອງ ການປະຕິ
ບັດໂຄງການອົບຮົມ-ຫັດແອບກໍ່ສ້າງນາຍສິຍ ລະບົບ 1 ປີ ຊຸດທີ V ສົກຮຽນ 2024-2025, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ບັນດາຄູ-ອາຈານ ໄດ້ ເອົາໃຈໃສ່ໃກ້ຊິດຕິດແທດ ເຫັນໄດ້ຄວາມສຳຄັນພາລະບົດບາດ ໃນການສິດສອນສົ່ງຄວາມຮູ້ໃຫ້ນັກຮຽນຕາມໂຄງການຫຼັກສູດທີ່ກົມໂຮງ ຮຽນ ກົມໃຫຍ່ເສນາທິການກອງທັບກຳນົດໄວ້; ນັກຮຽນທີ່ມາອົບຮົມ-ຫັດແອບມີ 77 ສະຫາຍ, ມາຈາກ ກຳລັງຫຼວງ 1 ສະຫາຍ, ນັກຮຽນແຕ່ລະສະຫາຍແມ່ນມີຄວາມຕັດສິນໃຈເຂົ້າສູ່ການສອບເສັງ, ປະຕິບັດລະບຽບການຕ່າງໆໄດ້ຢ່າງເຂັ້ມງວດ, ສາມາດສະຫຼຸບຕີລາຄາຜົນການສອບເສັງ ວິຊາການເມືອງບັນລຸໄດ້ 81%, ວິຊາສິລະປະຍຸດ 81%, ວິຊາຍຸດທະວິທີ 81% ແລະ ວິຊາລະບຽບ-ກິລາ 80%.
ສະຫາຍ ພົນຕີ ຈັນສະແຫວງ ທີບຄູນທອງ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ນັກຮຽນເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກ-ລັດ ແລະ ລະບຽບຂອງກອງທັບ, ຕັ້ງໜ້າປັບປຸງລະບຽບແບບແຜນ ວິທີເຮັດວຽກແຕ່ລະຂັ້ນໃຫ້ມີຄຸນນະພາບ, ເຮັດວຽກເປັນໝູ່ຄະນະ ມີປະຊາທິປະໄຕ ເສີມຂະຫຍາຍມູນເຊື້ອສາມັກຄີພາຍໃນ-ພາຍນອກ; ສຳລັບ ຄູ-ອາ ຈານ ແລະ ນັກຮຽນທຸກຄົນ ຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ຄົ້ນຄວ້າຊອກຮູ້ຮ່ຳຮຽນເອົາບົດ ຮຽນອັນໃໝ່ທີມີວິທະຍາສາດ ແລະ ພ້ອມກັນນຳເອົາເນື້ອໃນທິດສະດີຫຼັກການທີ່ຄູ-ອາຈານ ທີ່ໄດ້ຖ່າຍທອດໃຫ້ກັບໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຢູ່ໃນພາຍກົມກອງ.
ໂດຍ: ສຸເປີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















