ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 21 ພຶດສະພາ 2026

  

ກອງພັນ​ໃຫຍ່ 279 ມອບ​ເງິນ​ອຸດ​ໜູນ ໃຫ້​ນາຍ​ທະຫານ​ຂັ້ນ​ສູງ ພັກ​ການ ຮັບ​ບຳນານ
ເວລາອອກຂ່າວ: 2025-08-08 08:57:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1221 | ຄວາມນິຍົມ:



ວັນ​ທີ 5 ສິງຫາ 2025 ນີ້, ກອງພັນ​ໃຫຍ່ 279 ໄດ້​ຈັດ​ພິທີ​ມອບ​ເງິນ​ອຸດ​ໜູນ​ໃຫ້​ນາຍ​ທະ ຫານ​ຂັ້ນ​ສູງ​ພັກ​ການ​ຮັບ​ບຳນານ ຢູ​​​ທີ່​ຫ້ອງ​ປະຊຸມ​ຂອງ​ກົມ​ກອງ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ພະ ແນກການ, ຂະແໜງການ​ທີ່​ກ່ຽວ ຂ້ອງ ພ້ອມ​ດ້ວຍ​ນາຍ​ທະຫານ​ຜູ້​ທີ່​ພັກ​ການ​ຮັບ​ບຳນານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອິດ ພົມ​ມະ​ທອນ ຫົວໜ້າ​ຂະແໜງ​ນະໂຍບາຍ ກອງ ພັນ​ໃຫຍ່ 279, ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະ ຫານ​ຂັ້ນ​ສູງ ພັກ​ການ ຮັບ​ບຳນານ ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ, ອີງ​ຕາມ​ຂໍ້​ຕົກລົງ ໃນ​ກອງ​ ປະຊຸມ​ກົມ​ການເມືອງ​ຮ່ວມ​ກັບ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ອີງ​ຕາມ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະຕິບັດ​ເງິນ​ອຸດ​ໜູນ ແລະ ເງິນ​ນະໂຍບາຍ​ຕ່າງໆ ກະຊວງ​ປ້ອງ​ກັນ​ປະເທດ​ຕົກລົງ: ອະນຸມັດ​ໃຫ້ ສະຫາຍ ພັນ​ເອກ ບຸນ​ຍັງ ແກ້ວ​ດາມ​ສີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279 ພັກ​ການ ຮັບ​ເງິນ​ອຸດ​ໜູນ​ບຳນານ ຈຳນວນ 31.818.150 ກີບ, ໂດຍ​ໃຫ້​ກຽດ​ມອບ​ຂອງ ສະຫາຍ ພັນ​ເອກ ເມກ​ສະ​ຫັວນ ແກ້ວ​ດວງ​ດີ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 279. ໂອກາດ​ນີ້, ສະຫາຍ ພັນ​ເອກ ເມກ​ສະ​ຫັວນ ແກ້ວ​ດວງ​ດີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່ ຜົນງານ​ການເຄື່ອນໄຫວ​ອຸທິດ​ຊີວິດ​ເລືອດ​ເນື້ອ, ທຸ່ມ​ເທ​ເຫື່ອແຮງ​ສະຕິ​ປັນຍາ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ປັບປຸງ​ກໍ່ສ້າງ​ກອງທັບ, ກໍ່ສ້າງ​ກົມ​ກອງ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ອັນ​ມີ​ກຽດ​ສະຫງ່າ​ຕາມ​ການ​ມອບ​ໝາຍ ຂອງ​ປະເທດ​ຊາດ​ກໍ່​ຄື ປະຊາຊົນ​ມອບ​ໝາຍ​ໃຫ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສະຫາຍ​ສືບຕໍ່​ເຮັດ​ໜ້າ​ເປັນ​ເຈົ້າ​ການ​ໃນ​ການ​ສຶກ​ສາ​ອົບຮົມ​ປະຊາຊົນ, ສືບຕໍ່​ຮັກສາ​ມູນເຊື້ອ​ຄວາມ​ສາມັກຄີ​ຊ່ວຍ​ເຫຼື່ອ​ເຊິ່ງ​ກັນ ແລະ ກັນ ເປັນ​ແກ່ນສານ​ໃຫ້​ອົງການ​ປົກຄອງ​ທ້ອງຖິ່ນ ແລະ ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ໄປ​ໝູນ​ໃຊ້​ໃນ​ການ​ສ້າງສາ​ເສດຖະກິດ​ຄອບຄົວ​ໃຫ້​ມີ​ຄວາມ​ເຂັ້ມແຂງ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ