ໂຮງຮຽນນາຍສິບເຫຼົ່າຮົບ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2025-08-08 08:59:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1292 | ຄວາມນິຍົມ: ![]()
ວັນທີ 1 ສິງຫາ 2025 ນີ້, ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຈັດຕັ້ງສ້າງຂະບວນການອອກແຮງ ງານລວມແປງຂົວ ແລະ ສ້ອມແປງທາງ, ໂດຍການນຳພາຂອງ ສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ຫົວໜ້າການເມືອງ ໂຮງຮຽນນາຍສີບເຫຼົ່າຮົບ, ມີຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ, ໂຮງ ຮຽນການທະຫານທ້ອງຖິ່ນ ແຂວງຊຽງຂວາງ ແລະ ປະຊາ ຊົນບັນດາບ້ານອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ໃຫ້ຮູ້ວ່າ: ການອອກແຮງງານລວມໃນຄັ້ງນີ້ ແມ່ນເພື່ອ ສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະ ຊວງປ້ອງກັນປະເທດ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ. ນອກຈາກນີ້, ຄະນະພັກ-ຄະນະ ບັນຊາຍັງໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບຈັດຕັ້ງຂະບວນການດ້ານຕ່າງໆ ຢ່າງແຂງແຮງ ໃນນີ້, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຕິດພັນກັບການຈັດຕັ້ງຂະບວນການ ເພື່ອສ້າງຜົນງານຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນປະຫວັດສາດສຳຄັນ ຂອງຊາດ, ຂອງພັກ, ຂອງກອງທັບ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ໄປຄຽງຄູ່ກັບ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ແລະ ສ້າງນັກຮົບວັດທະນາທຳ-ກົມກອງວັດທະນາທຳ ເຊິ່ງໄດ້ເຮັດໃຫ້ບັນຍາກາດພາຍໃນກົມກອງ ຟົດຟື້ນຕໍ່ເນື່ອງ.
ການອອກແຮງງານລວມໃນຄັ້ງນີ້, ໄດ້ພ້ອມກັນແປງຂົວຂ້າມນ້ຳງື່ມ, ຖົມທາງບ່ອນທີ່ເປັນຂຸມ ແຕ່ບ້ານແປນ ໄປຫາເທສະບານເມືອງພູກູດ ແລະ ບ້ານຍົມນາຊາຍ ເພື່ອເຮັດໃຫ້ການສັນຈອນໄປມາ ສະດວກຂຶ້ນກວ່າເກົ່າທັງ ເປັນການຮັດແໜ້ນຄວາມສາ ມັກ ຄີລະຫວ່າງ ພະນັກງານ-ນັກຮົບ ກັບພໍ່ແມ່ປະຊາຊົນບ້ານອ້ອມຂ້າງ ອີກດ້ວຍ.
ໂດຍ: ປານຄຳ ມາກວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















