ສະຫະພັນກຳມະບານກອງທັບ ສ້າງໄດ້ຜົນສຳເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ແທນກຳມະບານທົ່ວກອງທັບ ຄັ້ງທີ V
ເວລາອອກຂ່າວ: 2025-08-08 09:00:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1281 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງ ການກຳມະບານກອງທັບ ກ່າວໃນກອງປະຊຸມໃຫຍ່ ຜູ້ແທນສະ ຫະພັນກຳມະບານກອງທັບ ຄັ້ງທີ VI ໃຫ້ຮູ້ວ່າ: ນັບແຕ່ກອງປະ ຊຸມຜູ້ແທນກຳມະບານທົ່ວກອງ ທັບ ຄັ້ງທີ V ເປັນຕົ້ນມາ, ສະຫະ ພັນກຳມະບານ ຕະຫຼອດຮອດກຳ ມະບານຮາກຖານແຕ່ລະຂັ້ນ ໃນກອງທັບ ໄດ້ຖືເອົາວຽກງານການ ເມືອງ-ແນວຄິດເປັນກົກ ເອົາໃຈ ໃສ່ໂຄສະນາເຜີຍແຜ່ໃຫ້ພະນັກ ງານ, ສະມາຊິກກຳມະບານ-ກຳ ມະກອນ ແລະ ຜູ້ອອກແຮງງານ ໃນຖັນແຖວກອງທັບ ໄດ້ຄົ້ນຄວ້າເຊື່ອມຊຶມຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ ໂດຍສະ ເພາະແມ່ນ ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII. ໃນ 5 ປີຜ່ານມາ ຈຳນວນສະມາຊິກກຳມະບານ ແລະ ກຳ ມະບານຮາກຖານ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປັດຈຸບັນອົງການຈັດຕັ້ງກຳມະ ບານກອງທັບ ມີ 12 ສະຫະພັນກຳ ມະບານ, 76 ກຳມະບານຮາກ ຖານ (ໃນນີ້, ຂະຫຍາຍການຈັດ ຕັ້ງກຳມະບານຮາກຖານ ຢູ່ຫົວ ໜ່ວຍແຮງງານການຜະລິດ ຈຳ ນວນ 4 ຮາກຖານ). ໃນທົ່ວກອງ ທັບ ມີສະມາຊິກກຳມະບານທັງ ໝົດ 3.372 ສະຫາຍ, ຍິງ 1.529 ສະຫາຍ, ຂະຫຍາຍໃໝ່ 567 ສະຫາຍ, ຍິງ 258 ສະຫາຍ, ສະ ມາຊິກພັກເຂົ້າຮ່ວມ 1.665 ສະ ຫາຍ, ສະຫະພັນແມ່ຍິງ 1.529 ສະຫາຍ ແລະ ສະມາຊິກຊາວໜຸ່ມ 2.040 ສະຫາຍ.
ວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ: ໄດ້ຊຸກຍູ້, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການບຳລຸງ-ກໍ່ສ້າງ ແລະ ຍົກລະດັບພະນັກງານ, ສະມາຊິກກຳ ມະບານດ້ວຍຫຼາຍຮູບການເປັນ ຕົ້ນ ຍົກລະດັບທິດສະດີການ ເມືອງ-ການປົກຄອງ, ວຽກງານວິຊາສະເພາະ ແລະ ພັດທະນາສີມືແຮງງານ ໂດຍໄດ້ສົ່ງພະນັກງານໄປຮຽນທິດສະດີການເມືອງ-ການປົກຄອງ 76 ສະຫາຍ, ຮຽນວິຊາສະເພາະ ແລະ ຍົກລະດັບສີມືແຮງງານ 408 ສະຫາຍ, ໄປບຳລຸງວຽກງານກຳມະບານ, ວຽກງານຂ່າວສານ, ວຽກງານຄູເຝິກນຳສູນກາງສະຫະພັນກຳ ມະບານລາວຈັດຂຶ້ນ ຈຳນວນ 10 ສະຫາຍ, ໄປຮຽນກໍ່ສ້າງປະ ລິນຍາຕີ 1 ສະຫາຍ, ປະລິນຍາໂທ 1 ສະຫາຍ ຢູ່ມະຫາວິທະຍາໄລກຳມະບານ ສສ ຫວຽດນາມ ແລະ ໄດ້ຈັດສົ່ງພະນັກງານກຳມະບານ ໄປເຝິກອົບຮົມວຽກງານກຳມະ ບານ ໄລຍະສັ້ນຢູ່ ສສ ຫວຽດນາມ 3 ຄັ້ງ ຈຳນວນ 70 ສະຫາຍ.
ວຽກງານນະໂຍບາຍຕໍ່ພະນັກ ງານ ແລະ ສະມາຊິກກຳມະບານ: ໄດ້ເອົາໃຈໃສ່ຕິດຕາມການປະຕິ ບັດນະໂຍບາຍຕໍ່ພະນັກງານ, ສະ ມາຊິກກຳມະບານ ຕາມແນວ ທາງຂອງພັກ, ນະໂຍບາຍຂອງ ລັດ, ກົດໝາຍນາຍທະຫານກອງ ທັບປະຊາຊົນລາວ, ກົດໝາຍວ່າ ດ້ວຍກຳມະບານລາວ ແລະ ກົດ ລະບຽບຂອງສະຫະພັນກຳມະ ບານລາວວາງອອກ ສະເໜີການເລື່ອນຕຳແໜ່ງ, ເລື່ອນຊັ້ນ, ເລື່ອນຂັ້ນເງິນເດືອນ, ການສັບຊ້ອນຕຳ ແໜ່ງງານຂອງພະນັກງານ, ການປະຕິບັດນະໂຍບາຍຢ້ຽມຢາມໃນເວລາເຈັບປ່ວຍ, ນອນໂຮງໝໍ, ນະໂຍບາຍພັກປະຈຳປີ ແລະ ນະ ໂຍບາຍອື່ນໆ ຕາມກົດໝາຍແຮງງານ ແລະ ຂໍ້ກຳນົດກົດລະບຽບຂອງກົມກອງວາງອອກ.
ວຽກງານປົກປ້ອງແຮງງານ: ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບ ທຳ ຂອງສະມາຊິກກຳມະບານ-ກຳມະກອນ ແລະ ຊາວຜູ້ອອກ ແຮງງານດ້ວຍການຕິດຕາມ ແລະ ຊຸກຍູ້ການປະຕິບັດການສ້າງ ສັນ ຍາແຮງງານລວມໝູ່ ແລະ ບຸກ ຄົນ, ເຂົ້າຮ່ວມປຶກສາຫາລືແກ້ໄຂຂໍ້ຂັດແຍ່ງແຮງງານ ທວງຄ່າແຮງງານໃຫ້ກຳມະກອນ ມູນຄ່າ 7 ຕື້ກວ່າກີບ.
ວຽກງານຂະບວນການແຂ່ງ ຂັນ ແລະ ຍ້ອງຍໍ: ໃນໄລຍະຜ່ານມາ ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂະບວນການປະຕິບັດໜ້າທີ່ວິຊາສະເພາະ, ອົງການກຳມະບານກອງທັບ ໄດ້ພົວພັນປະສານສົມ ທົບກັບສູນກາງສະຫະພັນກຳມະ ບານລາວ, ສະຫະພັນກຳມະບານບັນດາກະຊວງ, ອົງການ, ອົງ ການພາຄີຊາວໜຸ່ມ-ແມ່ຍິງ ແລະ ພາກສ່ວນອື່ນໆ ປຸກລະດົມວັດຖຸປັດໄຈຕ່າງໆ ເພື່ອໄປມອບໃຫ້ພະ ນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ.
ວຽກງານກອງທຶນ: ອົງການກຳມະບານແຕ່ລະຂັ້ນໃນກອງທັບ ໄດ້ຕັ້ງໜ້າຂະຫຍາຍກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມກົດລະບຽບກອງທຶນ ຂອງແຕ່ລະສະຫະພັນກຳມະບານ, ກຳມະບານຮາກຖານວາງອອກ ໃນແຕ່ລະປີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານກອງທຶນກຳມະບານ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກອງທຶນ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ ປັດຈຸບັນ, ທົ່ວກຳມະບານກອງ ທັບມີສະມາຊິກກອງທຶນ 2.329 ຄົນ, ມີເງິນໝູນວຽນທັງໝົດ 1.176.218.500 ກີບ.
ວຽກງານພົວພັນຮ່ວມມືກັບ ຕ່າງປະເທດ: ອົງການກຳມະ ບານກອງທັບແຕ່ລະຂັ້ນ ໄດ້ຕັ້ງ ໜ້າປະຕິບັດ ແລະ ເຄື່ອນໄຫວວຽກງານການຕ່າງປະເທດຕາມ ແນວທາງການຕ່າງປະເທດຂອງ ພັກ-ລັດເຮົາ, ໄດ້ພົວພັນຮ່ວມມື ກັບກຳມະບານປະເທດເພື່ອນມິດ ຍຸດທະສາດ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ພົວພັນ ຮ່ວມມືກັບກຳມະບານກອງທັບ ປະຊາຊົນຫວຽດນາມ ການແລກ ປ່ຽນຄະນະຜູ້ແທນ, ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອທາງດ້ານບົດຮຽນ, ການເຝິກອົບຮົມ, ຍົກລະດັບວິ ຊາສະເພາະທັງໄລຍະສັ້ນ ແລະ ໄລຍະຍາວ.
ສັງລວມແລ້ວ, ຕະຫຼອດໄລ ຍະຜ່ານມາ ພາຍໃຕ້ການຊີ້ນຳ ໂດຍກົງ ຂອງອົງຄະນະພັກກົມ ໃຫຍ່ການເມືອງກອງທັບ ຫ້ອງ ການກຳມະບານກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ສະມາ ຊິກກຳມະບານ-ກຳມະກອນ ໃນການສືບຕໍ່ເສີມຂະຫຍາຍທາດແທ້, ລັກສະນະດີເລີດ ຂອງຊົນຊັ້ນກຳມະກອນ ແລະ ມູນເຊື້ອປະ ຕິວັດອັນດີງາມຂອງຊາດ, ປະ ຕິບັດສິດ ແລະ ພັນທະເຂົ້າໃນ ພາລະກິດປະຕິວັດໃນໄລຍະໃໝ່ ຢ່າງຖືກຕ້ອງ. ປັດຈຸບັນ, ກຳມະ ກອນລາວຢູ່ຕາມຫົວໜ່ວຍແຮງງານ, ໂຮງຈັກ, ໂຮງງານ, ຮາກຖານຕ່າງໆ ໄດ້ເປັນເຈົ້າການປະ ກອບສ່ວນທັງສະຕິປັນຍາ ແລະ ກຳລັງແຮງໃນການພັດທະ ນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນ ການກໍ່ສ້າງຖະໜົນຫົນທາງ, ຂົວ, ອາຄານ, ການຂຸດຄົ້ນແຮ່ທາດ, ນ້ຳປະປາ, ກົນຈັກ, ສ້ອມ ແປງ, ບໍລິການປຸງແຕ່ງ, ການຄົມມະນາ ຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ ລ້ວນ ແຕ່ມີການປະກອບສ່ວນຢ່າງຕັ້ງ ໜ້າ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ເຮັດໃຫ້ພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງ ຄົມຂອງຊາດ ມີຄວາມໜັກແໜ້ນເຂັ້ມແຂງ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















