ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງ​ພົນ​ທີ 3 ປິດ​ຊຸດ​ຮຽນ ກໍ່ສ້າງ​ນາຍ​ສິບ​ ຊຸດ​ທີ 6
ເວລາອອກຂ່າວ: 2025-08-11 09:05:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1352 | ຄວາມນິຍົມ:



ວັນ​ທີ 5 ສິງຫາ 2025 ນີ້, ກອງ​ພົນ​ທີ 3 ໄດ້​ປິດ​ຊຸດ​ອົບຮົມ​ການ​ຮຽນ ພ້ອມ​ທັງ​ມອບ​ໃບ​ປະກາດ​ສະ​ນິ​ຍະ​ບັດ​ໃຫ້​ແກ່​ນັກຮຽນ​ກໍ່ສ້າງ​ນາຍ​ສິບ ​ຊຸດ​ທີ 6 ປະຈຳ​ສົກ​ປີ 2024-2025 ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ​ປອ ສະເຫຼີມ ໄຊ​ສົມ​ພອນ ກຳມະການ​ຄະນະ​ພັກ​ກອງ​ພົນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3, ມີ​ຄະນະ​ຫ້ອງ 5 ຫ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ສູນ​ເຝິກອົບຮົມ, ບັນດາ​ແຂກ​ທີ່​ມາ​ຈາກ​ອົງການ​ກົມ​ກອງ ແລະ ຄູ​ອາຈານ-ນັກຮຽນ​ເຂົ້າ​ຮ່ວມ.     ໃນ​ພິທີ ສະຫາຍ ພັນ​ເອກ ຄຳ​ສອນ ໄຊ​ສົງຄາມ ຫົວໜ້າ​ການ​ທະຫານ ສູນ​ເຝິກອົບຮົມ​ກອງ​ພົນ​ທີ 3 ກໍໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ໂຄງການ​ອົບຮົມ-ຫັດ​ແອບ​ຂອງ​ນັກຮຽນ​ກໍ່ສ້າງ​ນາຍ​ສິບ​ຊຸດ​ທີ 6 ປະຈຳ​ສົກຮຽນ ປີ 2024-2025 ຕະຫຼອດ​ໄລຍະ 10 ເດືອນ​ຜ່ານ​ມາ, ໃນ​ນີ້​ມີ​ນັກ ຮຽນ​ທັງ​ໝົດ 103 ສະຫາຍ, ມາ​ຈາກ​ກົມ​ກອງ​ອ້ອມ​ຂ້າງ​ກອງ​ພົນ​ທີ 3 ຈຳນວນ 93 ສະຫາຍ, ຈາກ​ກອງ​ບັນຊາ​ການ ແຂວງ​ຜົ້ງ​ສາລີ ຈຳນວນ 4 ສະຫາຍ, ແຂວງ​ຫຼວງ​ນ້ຳ​ທາ ຈຳນວນ 3 ສະຫາຍ, ແຂວງ​ຫົວພັນ​ຈຳນວນ 1 ສະຫາຍ, ແຂວງ​ບໍ່​ແກ້ວ​ຈຳ ນວນ 3 ສະຫາຍ, ນັກຮຽນ​ແຕ່​ລະ​ ສະຫາຍ​ໄດ້​ມີ​ຄວາມ​ເອົາໃຈໃສ່​ຄົ້ນ​ຄວ້​​າ​ຮ່ຳຮຽນ ແລະ ປະຕິບັດ​ຕາມ​ລະບຽບ​ການ​ຕ່າງໆ ຂອງ​ໂຮງຮຽນ​ວາງ​ອອກ​ໄດ້​ຢ່າງ​ເຂັ້ມ​ງວດ ອັນ​ສາມາດ​ສະຫຼຸບ​ຜົນ​ການ​ສອບເສັງ​ປິດ​ສົກຮຽນ​ໄດ້​ຕາມ​ລະດັບ​ຄາດໝາຍ​ໃນ​ນັ້ນ ຂັ້ນ​ເກັ່ງ​ບັນລຸ​ໄດ້ 25,42 %, ຂັ້ນ​ກາງ 41,52 % ແລະ ຄາດ ໝາຍ 33,05 %, ຈາກ​ນັ້ນ ສະ ຫາຍ ພັນ​ໂທ ທອງ​ສຸກ ຈັນທະ​ລັດຮອງ​ຫົວໜ້າ​ພະ​ແນກ​ກຳລັງ​ພົນ​ກອງ​ພົນ​ທີ 3 ກໍໄດ້​ຂຶ້ນ​ຜ່ານດຳ ລັດ​ວ່າ​ດ້ວຍ​ການ​ປະດັບ​ຊັ້ນ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ ຈຳນວນ 71 ສະຫາຍ, ສ່ວນ 19 ສະຫາຍ ແມ່ນ​ຮັບ​ຊັ້ນ​ວາທີ​ມາ​ຈາກ​ກົມ​ກອງ, 9 ສະຫາຍ​ແມ່ນ​ໄດ້​ຮັບ​ຮ້ອຍ​ຕີ​ຈາກ​ກົມ​ກອງ ແລະ 4 ສະຫາຍ​ແມ່ນ​ໄດ້​ຊັ້ນ​ທຽບ​ຮ້ອຍ​ໂທ, ໃນ​ນີ້​ປະດັບ​ຊັ້ນ​ສິບ​ຕີ ຂຶ້ນ ສິບ​ເອກ 61 ສະຫາຍ, ຊັ້ນ​ສິບ​ໂທ ຂຶ້ນ ສິບ​ເອກ 11 ສະຫາຍ,ໂອກາດ​ດັ່ງກ່າວ​ຍັງ​ໄດ້​ມອບ​ໃບ​ປະກາດ​ສະ​ນີ​ຍະ​ບັດ​ໃຫ້​ແກ່​ນັກຮຽນ​ຈຳນວນ 103 ສະຫາຍ ຢ່າງ​ສົມ​ກຽດ.  ໂອກາດ​ນີ້, ສະຫາຍ ພັນ​ເອກ ​ປອ ສະເຫຼີມ ໄຊ​ສົມ​ພອນ ໄດ້​ໂອ້​ລົມ ເຊິ່ງ​ກ່ອນ​ອື່ນ​ສະຫາຍ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນ​ທີ່​ໄດ້ ພ້ອມ​ກັນ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ, ໄດ້​ພ້ອມ​ກັນ​ປະຕິບັດ​ຕາມ​ແຜນການ​ຮຽນ-ການ​ສອນ​ໄດ້​ປະສົບ​ຜົນ ສຳເລັດ​ເປັນ​ຢ່າງ​ດີ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ນັກຮຽນ​ແຕ່​ລະ​ສະຫາຍ ຈົ່ງ​ພ້ອມ​ກັນ​ນຳ​ເອົາ ​ເນື້ອ​ໃນ​ບົດ ຮຽນ​ຄວາມ​ຮູ້​ທີ່​ຄູ-ອາຈານ​ໄດ້​ສິດສອນ​ໃຫ້ ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ກົມ​ກອງຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ ແລະ ເຮັດ​ສຳເລັດ​ໜ້າທີ່​ທີ່​ ໄດ້​ຮັບ​ມອບ​ໝາຍ. ໂດຍ: ສົມພົງ ອິນ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ