ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 07 ມິຖຸນາ 2026

  

ແຂວງບໍລິຄໍາໄຊ ຈັດກິດຈະກໍາຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສໍາຄັນຂອງຊາດ
ເວລາອອກຂ່າວ: 2025-08-11 14:35:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2064 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 11 ສິງຫາ 2025 ນີ້, ແຂວງບໍລິຄໍາໄຊ ໄດ້ຈັດກິດຈະກໍາຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສໍາຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 34 ປີ ຢູ່ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມກ່າວເປີດພິທີ ຂອງທ່ານ ສອນທະນູ ທຳມະວົງ ເຈົ້າແຂວງ ແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະນັກງານຈາກພະແນກການ, ກົມກອງ, ຫ້ອງການ ຕະຫຼອດຮອດປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຂະບວນຍ່າງໄດ້ເລີ່ມອອກຈາກສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ໄປຕາມສາຍທາງເລກທີ 4B ຮອດໜ້າຫ້ອງການສະພາປະຊາຊົນແຂວງ ແລ້ວຍ່າງກັບຄືນມາຈຸດເດີມ, ບັນຍາກາດເຫັນວ່າເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ. ການຈັດກິດຈະກຳຍ່າງມາລາທອນໃນຄັ້ງນີ້, ນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງ 3 ວັນສໍາຄັນຂອງຊາດແລ້ວ ຍັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງທຸກຊັ້ນຄົນດ້ວຍກັນ, ເປັນການສົ່ງເສີມການອອກກຳກາຍ ໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ. ນອກນັ້ນ, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນມໍ່ໆ ນີ້, ເປັນການໂຄສະນາສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ມວນຊົນໃນການເຕີບໃຫຍ່ຂະຫຍາຍຕົວຂອງ 3 ວັນສໍາຄັນຂອງຊາດ, ຕະຫຼອດໄລຍະຜ່ານມາວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ສະເໜີຂ່າວໄດ້ຫຼາຍຊ່ອງທາງ ໂດຍສະເພາະທາງສື່ອອນລາຍ ເຮັດໃຫ້ຜູ້ບໍລິໂພກນັບມື້ນັບຫຼາຍຂຶ້ນ, ສາມາດຕອບສະໜອງຕໍ່ວຽກງານວິຊາສະເພາະ ຮັບໃຊ້ໜ້າທີ່ການເມືອງຂອງພັກ. ພ້ອມນັ້ນ, ກໍສາມາດຂະຫຍາຍເຄືອຂ່າຍຂອງຕົນ ໃນຂອບເຂດທົ່ວປະເທດ ສາມາດສ່ອງແສງເຫດການສໍາຄັນ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕົວແບບດ້ານ ຕ່າງໆ, ຫົວຄິດປະດິດສ້າງຂອງປະຊາຊົນ ລວມທັງປະກົດການຫຍໍ້ທໍ້ໃຫ້ສັງຄົມຮັບຮູ້ໄດ້ຢ່າງທັນການ. ໂດຍ: ນາງ ນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ