ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 19 ເມສາ 2026

  

ວພກ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ
ເວລາອອກຂ່າວ: 2025-08-11 15:40:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2241 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2025 ນີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຕັ້ງພິທີ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ, ໂດຍການ ເປັນປະທານຂອງສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການ, ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ, ພະແນກການກ່ຽວຂ້ອງ ແລະ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ໜ້າທີ່ໃໝ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ເກດແກ້ວ ສີລາເພັດ ຫົວໜ້າພະແນກພະນັກງານ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ວິທະຍາຄານພະລາທິການກອງທັບທັງໝົດ ຈໍານວນ 64 ສະຫາຍ ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 20 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 19 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 8 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 1 ສະຫາຍ. ພ້ອມນີ້, ຍັງໄດ້ປະກາດການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ອີກຈໍານວນໜຶ່ງ. ໂອກາດນີ້, ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນສະຫງ່າງາມທີ່ບັນດາສະຫາຍສ້າງມາໄດ້, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຝິກຝົນຫຼໍ່ຫຼອມທາງດ້ານການເມືອງ, ຄຸນສົມບັດສີນທໍາປະຕິວັດ ປັບປຸງແບບແຜນວິທີເຮັດວຽກຢ່າງມີຫົວຄິດປະດິດສ້າງ ບົນພື້ນຖານລະບຽບຫຼັກການ ຂອງກອງທັບ, ປະຕິບັດຂໍ້ກຳນົດ, ກົດລະບຽບທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ, ເພີ່ມທະວີການຄົ້ນຄວ້າຮໍ່າຮຽນ ເພື່ອຕໍ່ຍອດຄວາມຮູ້ ຄວາມສາມາດ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ເພື່ອເປັນພື້ນຖານໃນການພັດທະນາຕົນເອງ ແລະ ພັດທະນາກົມກອງ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ບຸນປອນ ພັນດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ