ຮອງປະທານປະເທດ ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງກາສີ
ເວລາອອກຂ່າວ: 2025-08-12 08:34:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1858 | ຄວາມນິຍົມ: ![]()
ໃນວັນທີ 11 ສິງຫາ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງກາສີ ແຂວງວຽງຈັນ. ໂດຍການໃຫ້ການຕ້ອນຮັບ ຂອງທ່ານ ຄຳພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ທ່ານ ອຳໄພ ໂສລັດຕະນະວົງ ເລຂາຄະນະບໍລິຫານງານພັກເມືອງກາສີ, ມີບັນດາການນຳຂອງແຂວງ, ການນຳຂອງເມືອງກາສີ ຕະຫຼອດຮອດພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ອຳນາດການປົກຄອງບ້ານໃນເຂດເທສະບານເມືອງ ເຂົ້າຮ່ວມ.
ທ່ານ ອຳໄພ ໂສລັດຕະນະວົງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງກາສີ ໃນໄລຍະ 6 ເດືອນຕົ້ນປີ ວ່າ: ເມືອງກາສີ ເປັນເມືອງພູດອຍ ຕັ້ງຢູ່ເໜືອສຸດຂອງແຂວງວຽງຈັນ, ເປັນເມືອງທີ່ມີເສັ້ນທາງເລກທີ 13 ເໜືອ, ເສັ້ນທາງ ລົດໄຟ ລາວ-ຈີນ ຜ່ານ, ມີທ່າແຮງໃນການປູກຝັງ, ລ້ຽງສັດ, ການບໍລິການທາງຜ່ານ, ການທ່ອງທ່ຽວທຳມະຊາດ, ມີແມ່ນໍ້າຫຼາຍສາຍເໝາະສົມໃນການກໍ່ສ້າງເຂື່ອນໄຟຟ້າຂະໜາດໜ້ອຍ, ມີເນື້ອທີ່ທັງໝົດ 206.238 ເຮັກຕາ, 85% ຂອງເນື້ອທີ່ເປັນພູຜາ, ຄ້ອຍຊັນ ແລະ 15% ເປັນທົ່ງພຽງ, ດ້ານການປົກຄອງ ມີ 51 ບ້ານ, ມີ 6 ກຸ່ມບ້ານ, ມີພົນລະເມືອງທັງໝົດ 46.008 ຄົນ, ຍິງ 22.552 ຄົນ ໃນນີ້, ມີຊົນເຜົ່າລາວລຸ່ມ ກວມ 37%, ຊົນເຜົ່າກຶມມຸ ກວມ 48%, ຊົນເຜົ່າມົ້ງ+ອິວມຽນ ກວມ 15%; ຄະນະພັກໄດ້ເອົາໃຈໃສ່ ແລະ ຖືສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 5,8% ຕໍ່ປີ ທຽບໃສ່ແຜນການ ຫຼຸດ 0,2% (ແຜນການ 6%) ລວມຍອດລາຍຮັບຂອງເມືອງ ສະເລ່ຍ 872,76 ຕື້ກີບ ເພີ່ມຂຶ້ນ 9,06%, ລາຍຮັບສະເລ່ຍຕໍ່ຫົວຄົນ ປະຕິບັດໄດ້ 19.070.658 ກີບ ຫຼື ເທົ່າກັບ 891 ໂດລາສະຫະລັດ ເທົ່າກັບ 43,95% ຂອງແຜນການ; ໃນໄລຍະວັນທີ 22-28 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນໍ້າຖ້ວມ ໄດ້ສົ່ງຜົນກະທົບທັງໝົດກວມ 38 ບ້ານ, ມີ 1.830 ຄອບຄົວ, ມີຈຳນວນພົນ 10.261 ຄົນ, ຍິງ 4.829 ຄົນ, ເນື້ອທີ່ນາປັກດໍາຖືກນໍ້າຖ້ວມຊຸເສຍຫາຍ ຈໍານວນ 1.426,61 ເຮັກຕາ, ທີ່ຢູ່ອາໄສຖືກນໍ້າຖ້ວມຊຸ ມີທັງໝົດ 8 ບ້ານ, ມີ 308 ຫຼັງ, ດິນເຈື່ອນໄຫຼເຂົ້າໃນເຮືອນ ຈໍານວນ 302 ຫຼັງ, ດິນເຈື່ອນທັບເຮືອນ ຈໍານວນ 1 ຫຼັງ, ເຮືອນຍຸບຈໍານວນ 5 ຫຼັງ, ນໍ້າຖ້ວມຕະຫຼາດ ຈໍານວນ 1 ແຫ່ງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 26 ຕື້ກວ່າກີບ, ການຊ່ວຍເຫຼືອໃນເບື້ອງຕົ້ນ ໄດ້ປູກລະດົມທົ່ວສັງຄົມຊ່ວຍເຫຼືອປະເພດອາຫານ, ນໍ້າດື່ມ ເພື່ອແກ້ໄຂຈໍານວນບ້ານທີ່ຖ້ວມໜັກ ລວມມູນຄ່າປະມານ 200 ລ້ານກີບ, ປັດຈຸບັນພວມສັງລວມເງິນຊ່ວຍເຫຼືອໄດ້ປະມານ 180 ລ້ານກີບ ເພື່ອໄປຊ່ວຍປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຄະນະພັກ ອຳນາດການປົກຄອງເມືອງກາສີ ສ້າງໄດ້ຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ການນຳເມືອງ ຮີບຮ້ອນຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ໃຫ້ຫັນເຂົ້າສູ່ການຂະບວນການຕົວຈິງ ເປັນຕົ້ນການຈັດຕັ້ງເຊື່ອມຊຶມໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບມະຕິກອງປະຊຸມໃຫຍ່ຢ່າງຮອບດ້ານ ແລະ ເລິກເຊິ່ງ, ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການແກ້ໄຂວາລະແຫ່ງຊາດ ກໍຄືບັນຫາຢາເສບຕິດຢູ່ຂອບເຂດທ້ອງຖິ່ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ, ເອົາໃຈໃສ່ປັບປຸງວຽກງານ ການສຶກສາໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໄປຄຽງຄູ່ກັນ, ດ້ານວຽກການກໍ່ສ້າງພັກ ໃຫ້ຢຶດໝັ້ນຕາມກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ, ການກໍ່ສ້າງພະນັກງານຕ້ອງຮັບປະກັນໃຫ້ໄດ້ທັງພະນັກງານນຳພາ-ພະນັກງານຄຸ້ມຄອງ ແລະ ພະນັກງານດ້ານວິຊາການໄປຄຽງຄູ່ກັນ. ນອກນັ້ນ, ຕ້ອງໄດ້ກະກຽມບັນຈຸສັບຊ້ອນພະນັກງານເຂົ້າໃນການຈັດຕັ້ງຂັ້ນຕາແສງ ທີ່ຈະໄດ້ປະກາດການສ້າງຕັ້ງໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບການຕົວຈິງຂອງເມືອງ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ ຍັງໄດ້ນຳເອົາວັດຖຸປັດໄຈ ມາມອບໃຫ້ແກ່ເມືອງກາສີ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມ ເຊິ່ງປະກອບມີ: ເຄື່ອງໃຊ້ຄົວເຮືອນ ຈໍານວນ 100 ແກັດ, ໝີ່ສໍາເລັດຮູບ ຈໍານວນ 50 ແກັດ, ນໍ້າດື່ມ ຈໍານວນ 100 ແພັກ, ເຂົ້າສານໜຽວ ຈໍານວນ 1 ໂຕນ ລວມມູນຄ່າ 150.000.000 ກີບ ແລະ ມອບເງິນສົດ ຈຳນວນ 200.000.000 ກີບ. ໃນໂອກາດດຽວກັນນີ້, ການນຳຂອງແຂວງວຽງຈັນ ກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ 50.000.000 ກີບ ລວມມູນຄ່າທັງໝົດ 120.000.000 ກີບ ໃຫ້ເມືອງກາສີ ຕື່ມອີກ.
(ພາບ-ຂ່າວ: ນາງ ດາລັກ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















