ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ທ້າຍສະໄໝທີ VIII
ເວລາອອກຂ່າວ: 2025-08-12 08:37:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1854 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2025 ນີ້, ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ທ້າຍສະໄໝທີ VIII ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຊຽງຂວາງ; ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ; ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ເລຂາພັກແຂວງ ແຂວງຊຽງຂວາງ ໄດ້ກ່າວບາງຕອນວ່າ: ການດຳເນີນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນພິຈາລະນາ ຮັບຮອງເອົາເນື້ອໃນຮ່າງລາຍງານການເມືອງ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ; ລາຍງານຄວາມພ້ອມ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ຈາກບັນດາອະນຸກຳມະການ ເປັນຕົ້ນ ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການຂະບວນການ, ໂຄສະນາຖະແຫຼງຂ່າວ, ອະນຸກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກຳມະການເສດຖະກິດ, ອະນຸກຳມະການພິທີການ, ສະຖານທີ່, ສຸຂະພາບ ແລະ ຮັບແຂກ ແລະ ອະນຸກຳມະການກອງເລຂາ; ພິຈາລະນາຮັບຮອງເອົາບຸກຄະລາກອນ ຂອງກອງປະຊຸມ (ຜູ້ແທນສົມບູນ, ແຂກຖືກເຊີນ, ຈໍານວນຄະນະພັກ ແລະ ເປົ້າໝາຍຜູ້ຮັບສະໝັກເລືອກຕັ້ງ); ຈາກນັ້ນ, ຈະໄດ້ຜ່ານຮ່າງລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ແລະ ການສະເໜີ ຂໍອະນຸມັດເປີດກອງປະຊຸມ ຈາກຂັ້ນເທິງ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ຕະຫຼອດໄລຍະໜຶ່ງສະໄໝຜ່ານມາ ຍ້ອນພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນ ລວມທັງ ການປະກອບສ່ວນຂອງປະຊາຊົນບັນດາເຜົ່າຊາວແຂວງຊຽງຂວາງ ຈິ່ງເຮັດໃຫ້ເສດຖະກິດພາຍໃນແຂວງ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ພ້ອມນັ້ນ, ສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກງານ ແລະ ປະຊາຊົນທົ່ວແຂວງ ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ປັບປຸງ, ກໍ່ສ້າງກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ ຢ່າງເຂັ້ມງວດ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຮັດໃຫ້ສັງຄົມມີສະຫງົບປອດໄພ; ຊຸກຍູ້ການສ້າງເສດຖະກິດ, ການຜະລິດພາຍໃນ ໃຫ້ເຂັ້ມແຂງ ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ເກີນແຜນ; ສຸມໃສ່ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໄປຄຽງຄູ່ກັບການຄຸ້ມຄອງສິ່ງແວດລ້ອມ; ສຸມໃສ່ການສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງຄົມມະນາຄົມຂົນສົ່ງ ໃຫ້ມີຄວາມໂລ່ງລ່ຽນສະດວກສະບາຍ ບົນພື້ນຖານຍາດແຍ່ງການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; ສົ່ງເສີມຍູ້ແຮງດ້ານການບໍລິການ, ການທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ; ປັບປຸງ ແລະ ຍົກລະດັບຕາໜ່າງການສຶກສາ-ຕາໜ່າງບໍລິການສາທາລະນະສຸກ ໃຫ້ທົ່ວເຖິງປະຊາຊົນ; ເອົາໃຈໃສ່ວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ; ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພັກ-ພະນັກງານ ໃຫ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບສູງ ຮັບປະກັນໃຫ້ມີຄວາມສະຫງົບ, ບໍ່ເກີດມີການສວຍໂອກາດກະທໍາສິ່ງທີ່ບໍ່ຖືກຕ້ອງ; ເພີ່ມທະວີຄວາມເປັນເຈົ້າການ, ຄວາມຕື່ນຕົວ ແລະ ຄວາມເປັນແບບຢ່າງ ຂອງບັນດາສະມາຊິກພັກ-ພະນັກງານທຸກຂັ້ນ ໃນການປະຕິບັດລະບຽບກົດໝາຍ; ສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສືບຕໍ່ກະກຽມວຽກງານຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ກາຍເປັນຂະບວນການເຄື່ອນໄຫວທາງການເມືອງ ທີ່ເລິກເຊິ່ງ, ກວ້າງຂວາງ, ຮັບປະກັນຄວາມສາມັກຄີເປັນປຶກແຜ່ນ, ຄວາມສະຫງົບຢູ່ພາຍໃນພັກ, ສ້າງຂະບວນການຮອບດ້ານ ໃຫ້ແຂງແຮງ, ຟົດຟື້ນຕໍ່ເນື່ອງ ແລະ ເອົາໃຈໃສ່ນໍາພາວຽກງານໂຄສະນາ, ສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍສີ ແລະ ຫັນສູ່ຄຸນນະພາບໃໝ່, ຮັບປະກັນໃຫ້ປະເທດຊາດ ກໍຄືແຂວງຊຽງຂວາງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ