ກອງບັນຊາການທະຫານແຂວງຫຼວງພະບາງ ມອບເງິນນະໂຍບາຍອຸດໜູນເສຍຊີວິດ
ເວລາອອກຂ່າວ: 2025-08-12 09:19:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1332 | ຄວາມນິຍົມ: ![]()
ວັນທີ 5 ສິງຫາ 2025, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ຄອບຄົວ ນາຍ ແລະ ພົນທະຫານ ຜູ້ທີ່
ເສຍຊີວິດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ຄອບຄົວຂອງ ນາຍ ແລະ ພົນທະຫານ ຜູ້ທີ່ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນໂທ ສະມິດ ສຸກຈະເລີນ ຮອງຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ ໄດ້ກ່າວວ່າ: ການມອບ
ເງິນນະໂຍບາຍອຸດໜູນໃຫ້ຄອບຄົວຂອງນາຍ ແລະ ພົນທະຫານຜູ້ທີ່ເສຍຊີວິດໃນຄັ້ງນີ້ ເປັນການປະຕິບັດນະໂຍບາຍຕາມກົດໝາຍປະກັນສັງຄົມ; ປະກອບມີ
ພະນັກງານປະຈຳການທີ່ເສຍຊີວິດ ຈຳນວນ 5 ສະຫາຍ ລວມເປັນເງິນທັງໝົດ 352.689.836 ກີບ.
ສະຫາຍ ພັນໂທ ສົມໃຈ ສີສະຫວັດ ໄດ້ຮຽກຮ້ອງມາຍັງບັນດາຄອບຄົວຜູ້ເສຍຊີວິດ ຈົ່ງສືບຕໍ່ຮັກສາຄຸນງາມຄວາມດີຂອງຜູ້ທີ່ໄດ້ລ່ວງລັບໄປແລ້ວນັ້ນ ດ້ວຍການສຶກສາອົບຮົມບົ່ມສອນລູກຫຼານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເຄົາລົບກົດໝາຍຂອງລັດ ແລະ ພ້ອມກັນນຳເອົາເງິນຈຳນວນດັ່ງກ່າວໄປຕໍ່ຍອດ ເສີມຂະຫຍາຍເຂົ້າໃນການພັດທະນາເສດຖະກິດຄອບຄົວໃຫ້ຮັ່ງມີເຂັ້ມແຂງ.
ໂດຍ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















