ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ມີນາ 2026

  

ຫ້ອງ​ພະລາທິການ ​ວພກ ສະຫຼຸບ​ວຽກ​ງານ ປະຈຳ 6 ເດືອນ​ຕົ້ນ​ປີ 2025
ເວລາອອກຂ່າວ: 2025-08-12 09:20:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1198 | ຄວາມນິຍົມ:



ວັນ​ທີ 6 ສິງຫາ 2025, ຫ້ອງ​ພະລາທິການ ວິທະຍາຄານ​ພະລາທິການ​ກອງທັບ(​ວພກ) ໄດ້​ສະຫຼຸບ​ວຽກ​ງານ​ພະລາທິການ ປະຈຳ 6 ເດືອນ​ຕົ້ນ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ທະ​ໂນ​ສິນ ໄຊ​ຍະ​ວົງ ຫົວໜ້າ​ຫ້ອງ​ພະລາທິການ ​ວພກ, ມີ​ຄະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ພອນ ສີ​ລື​ໄຊ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ພະລາທິການ ປະຈຳ 6 ເດືອນ​ຕົ້ນ​ປີ 2025, ຕະຫຼອດ​ໄລຍະ 6 ເດືອນ​ທີ່​ຜ່ານ​ມາ ຫ້ອງ​ພະລາທິການ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ ​ອົບຮົມ​ການເມືອງ-ແນວ​ຄິດ​ເປັນ​ກົກ ດ້ວຍ​ການຈັດຕັ້ງ​ປະຕິບັດ, ຜັນ​ຂະຫຍາຍ​ມະຕິ, ຄຳ​ສັ່ງ​ຕ່າງໆ​ຂອງ​ພັກ-ລັດ, ລະບຽບ​ວິ​ໄນ​ຂອງ​ກອງທັບ​ດ້ວຍ​ຫຼາຍ​ຮູບ​ການ ເພື່ອ​ເຮັດ​ໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ຢ່າງ​ເລິກເຊິ່ງ ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນ​ຖານ, ເອົາໃຈໃສ່​ລົງ​ເລິກ​ໃກ້ຊິດຕິດແທດ​ການເຄື່ອນໄຫວ​ໃນ​ທຸກ​ຂົງເຂດ​ໜ້າທີ່​ວຽກ​ງານ​ປິ່ນ​ອ້ອມ​ດ້ານ​ຕ່າງໆ, ປະຕິບັດ​ນະໂຍບາຍ​ຍ້ອງຍໍ, ເລື່ອນ​ຊັ້ນ, ຂະຫຍາຍ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ, ເບິ່ງແຍງ​ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ​ປັດໃຈ​ແກ່​ບຸກຄົນ, ຄອບຄົວ​ຜູ້​ທີ່​ເຈັບ​ປ່ວຍ, ເສຍ​ຊີວິດ ແລະ ອື່ນໆ; ໄດ້​ຈັດ​ຕັ້ງ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ວັດຖຸ, ພາຫະນະ ຮັບປະກັນ​ໄດ້​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ, ຄົບ​ຊຸດ; ປັບປຸງ​ການ​ເບີກ​ຈ່າຍ​ວັດຖຸ​ຕ່າງໆ ຖືກ​ຕາມ​ເປົ້າ​ໝາຍ, ໜ້າທີ່​ຕົວ​ຈິງ​ຂອງ​ກົມ​ກອງ​ເປັນຕົ້ນ: ສະບຽງ​ອາຫານ, ນ້ຳມັນ​ເຊື້ອ​ໄຟ, ພາຫະນະ, ຢາ​ປົວ​ພະຍາດ, ເງິນ​ສົດ ແລະ ວັດຖຸ​ອື່ນໆ. ຄຽງ​ຄູ່​ກັນ​ນີ້, ຍັງ​ໄດ້​ຊອກ​ຫາ​ເງື່ອນໄຂ​ສ້າງ​ແຫຼ່ງ​ລາຍ​ຮັບ​ດ້ວຍ​ການ​ປູກຝັງ-ລ້ຽງສັດ, ຂາຍ​ນ້ຳ​ດື່ມ ແລະ ບໍລິການ​ອື່ນໆ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 35.410.000 ກີບ. ສະຫາຍ ພັນ​ໂທ ທະ​ໂນ​ສິນ ໄຊ​ຍະ​ວົງ ໄດ້​ຮຽກຮ້ອງ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ ສືບຕໍ່​ຍົກ​ສູງ​ວຽກ​ງານ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ ໂດຍ​ສະເພາະ​ຂົງເຂດ​ວຽກ​ພະລາທິການ, ຕັ້ງໜ້າ​ປະຕິບັດ​ທຸກ​ຂໍ້​ກຳນົດ​ກົດ​ລະບຽບ​ທີ່​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເປັນ​ເຈົ້າ​ການ​ປະກອບສ່ວນ​ເຂົ້າ​ໃນ​ທຸກ​ວຽກ​ງານ​ຂະ​ບວນ​ການ​ຕ່າງໆ, ສຸມ​ກຳລັງ​ແຮງ​ກາຍ​ສະຕິ​ບັນ​ຍາ​ປະກອບສ່ວນ​ພັດທະນາ​ກົມ​ກອງ​ໃຫ້​ນັບ​ມື້​ເຂັ້ມແຂງ​ໜັກ​ແໜ້ນ ແລະ ທັນ​ສະໄໝ. ໂດຍ: ແກ້ວ​ອຸດອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ