ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 19 ເມສາ 2026

  

ຄະນະ​ເຝິກອົບຮົມ​ວິຊາ​ສະເພາະ​ສື່​ມວນ​ຊົນ ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ທັດສະນະ​ສຶກ​ສາ​ ຢູ່​ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ
ເວລາອອກຂ່າວ: 2025-08-12 09:25:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1329 | ຄວາມນິຍົມ:



ວັນ​ທີ 9 ສິງຫາ 2025 ນີ້, ຄະນະ​ເຝິກອົບຮົມ​ວິຊາ​ສະເພາະ​ສື່​ມວນ​ຊົນ ໜັງສືພິມ​ກອງທັບ​ປະຊາຊົນ​ລາວ ນຳ​ໂດຍ ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຮອງ​ຫົວໜ້າ​ກອງ​ບັນນາທິການ​ກອງທັບ​ປະຊາຊົນ​ລາວ ໄດ້​ທັດສະນະ​ສຶກ​ສາ ແລະ ທ່ຽວ​ຊົມຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ. ສະຫາຍ ຮ້ອຍ​ເອກ ດວ້ານ ທິ ມີ ລິງ ພະນັກງານ​ນຳ​ທ່ຽວ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ ໄດ້​ໃຫ້​ຮູ້​ວ່າ: ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ ໄດ້​ຮັບ​ການ​ສ້າງຕັ້ງ ແລະ ພັດທະນາ​ເປັນ​ສະຖານທີ່​ ທີ່​ໜ້າ​ສົນໃຈ ແລະ ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ​ຫຼາຍ​ແຫ່ງ. ເຊິ່ງ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ ​ນີ້ ຕັ້ງ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ແລະ ເປັນ​ໜຶ່ງ​ໃນ 7 ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ຂອງ​ຫວຽດນາມ ທີ່​ໄດ້​ເກັບ​ກຳ ແລະ ວາງສະແດງ​ເລື່ອງ​ລາວ​ອັນ​ກ້າຫານ​ຜ່ານ​ວັດ ຖຸບູຮານ ແລະ ການ​ຈັດ​ສະແດງ​ຕ່າງໆ ຜ່ານ​ວັດຖຸ​ພັນ, ຮູບ​ພາບ, ວີ​ດີ​ໂອ ແລະ ເອກະສານ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ປະຫວັດສາດ​ການ​ທະຫານ ຂອງ​ຫວຽດນາມ ນັບ​ຕັ້ງແຕ່​ສະໄໝ​ບູຮານ​ຈົນ​ເຖິງ​ຍຸກ​ປະຈຸ​ບັນ. ເຊິ່ງ​ໄດ້ສະແດງ​ໃຫ້​ເຫັນ​ເຖິງ​ການ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ເພື່ອ​ເອກະລາດ ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ. ໂອກາດ​ນີ້, ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຕາງໜ້າ​ໃຫ້​ຄະນະ​ເຝິກອົບຮົມ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ຄະນະ​ຮັບຜິດຊອບ, ພະນັກງານ​ຫໍ​ພິ​ພິ​ທະ​ພັນ ທີ່​ໄດ້​ໃຫ້ການ​ຕ້ອນຮັບ ແລະ ອຳນວຍຄວາມ​ສະດວກ​ທຸກ​ຢ່າງ ໃຫ້​ຄະນະ​ພວກ​ເຮົາ ໄດ້​ມີ​ປະສົບ​ການ, ຮຽນ​ຮູ້​ກ່ຽວ​ກັບ​ປະຫວັດສາດ​ອັນ​ດີງາມ​ຂອງ​ກອງທັບ ແລະ​ປະຊາຊົນ​ຫວຽດນາມ ຕະຫຼອດ​ໄລຍະ​ການ​ຕໍ່ສູ້, ກໍ່ສ້າງ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ​ຫວຽດນາມ ຜ່ານ​ບັນດາ​ຮູບ​ພາບ, ວັດຖຸບູຮານ, ຮູບເງົາ​ສາລະ​ຄະດີ ແລະ ບັນດາ​ຮ່ອງຮອຍ​ປະຫວັດສາດ ຂອງ​ຂະ​ບວນ​ການ​ຕໍ່ສູ້ ຕ່າງໆ ພິເສດ​ແມ່ນ​ເຂດ​ວາງສະແດງ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິເສດ ລະຫວ່າງ​ສອງ​ຊາດ ຫວຽດນາມ-ລາວ ໄດ້​ສ້າງ​ຄວາມ​ປະທັບ​ໃຈ​ຢ່າງ​ເລິກເຊິ່ງ ໃຫ້​ແກ່​ ຄະນະ​ໜັງສືພິມ​ກອງທັບ​ປະຊາຊົນ​ລາວ. ບັນດາຮູບ​ພາບ​ແຫ່ງ​ການ​ສົມທົບ​ກັນ​ໃນ​ການ​ຊ້ອມ​ຮົບ​ລະຫວ່າງ​ສອງ​ກອງທັບ ແມ່ນ​ບັນດາ​ພະຍານຫຼັກ​ຖານ​ສະແດງ​ໃຫ້​ ເຫັນ​ເຖິງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ​ອັນ​ສະໜິດສະໜົມ​ລະຫວ່າງ​ປະຊາຊົນ​ສອງ​ປະເທດ ເພື່ອ​ໂຄສະນາ​ເຜີຍແຜ່ ແລະ ສຶກ​ສາ​ມູນເຊື້ອ​ຮັກ​ຊາດ ໃຫ້​ພະນັກງານ-ນັກຮົບ ຮຸ່ນ​ສືບ​ທອດ​ໄດ້ຮຽນ​ຮູ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ