ຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເປີດອົບຮົມ ປະຈຳປີ 2025
ເວລາອອກຂ່າວ: 2025-08-12 09:26:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1260 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ເປີດອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ, ເຕັກນິກ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສົມເພັດ ສຸລິວົງ ຫົວໜ້າຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ບຸນຮຸ່ງ ຄຳພະຈັນ ຫົວໜ້າພະແນກບໍລິຫານຫ້ອງການ ໄດ້ຜ່ານແຜນການເຊິ່ງໃຫ້ຮູ້ວ່າ: ການອົບຮົມໃນຄັ້ງນີ້, ກໍເພື່ອປະຕິບັດຕາມຄຳສັ່ງ
ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ກຳລັງຫຼວງ, ກຳລັງທ້ອງຖິ່ນໃນຂອບເຂດທົ່ວກອງທັບປະຊາຊົນລາວ ປະຈຳປີ 2024 ແລະ ຄຳສັ່ງແນະນຳຂອງກົມອົບຮົມ ວ່າດ້ວຍການປະຕິບັດຕາມແຜນການອົບຮົມ-ຫັດແອບ ແລະ ປະຕິບັດຕາມຄຳສັ່ງແນະນຳເພີ່ມເຕີມຂອງຫ້ອງເສນາທິການ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025. ໃຫ້ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ພ້ອມທັງເປັນການທົບທວນຄືນບົດຮຽນເກົ່າ ແລະ ທັງເປັນການປັບປຸງໃຫ້ພະນັກງານ-ນັກຮົບໃນກົມກອງມີລະ
ບຽບແບບແຜນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດກວ່າເກົ່າ, ມີຄວາມເປັນເອກະພາບ ແລະ ເປັນການເຝິກຝົນຫຼໍ່ຫຼອມ
ກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານ ມີສຸຂະພາບແຂງແຮງ, ເດັດດ່ຽວ, ທົນທານກຽມພ້ອມຜ່ານຜ່າອຸປະສັກນານາປະການ, ສ້າງພະນັກງານ-ນັກຮົບໃຫ້ມີ
ຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີແບບແຜນທີ່ທັນສະໄໝ, ມີວິທະຍາສາດເຕັກນິກ, ສິລະປະຍຸດ-ຍຸດທະວິທີໃນການສູ້ຮົບ ກຳແໜ້ນທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ສ່ວນເນື້ອໃນທີ່ນຳມາອົບຮົມ-ຫັດແອບໃນຄັ້ງນີ້ລວມມີ 4 ພາກ ໃນນັ້ນ, ປະກອບມີ ພາກການເມືອງ, ພາກການທະຫານ, ພາກພະລາທິການ ແລະ ພາກເຕັກນິກ, ກຳນົດເວລາການອົບຮົມ-ຫັດແອບ ແມ່ນຈະໄດ້ດຳເນີນໄປເປັນເວລາ 90 ວັນຈຶ່ງຈະສຳເລັດຕາມແຜນການ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















