ກອງພັນ 977 ຊ່ວຍເຫຼືອປະຊາຊົນ ບ້ານລ້ອງຮາງຄຸ້ມນາ ແປງຝາຍນໍ້າລົ້ນ
ເວລາອອກຂ່າວ: 2025-08-12 09:34:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1205 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ 2025 ນີ້, ສະຫາຍ ພັນໂທ ສີສົມພອນ ອິນທະແສງ ຫົວໜ້າການທະຫານກອງພັນ 977 ທີ່ຂຶ້ນກັບກອງພັນໃຫຍ່ 643 ໄດ້ນຳພາພະນັກງານນັກຮົບ ລົງຊ່ວຍເຫຼືອພໍ່ແມ່ປະຊາ ຊົນ ບ້ານລ້ອງຮາງຄຸ້ມນາ ເມືອງພູກູດ ແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເຊາະເຈື່ອນເໝືອງຝາຍ ທີ່ປະຊາຊົນເອົານ້ຳເຂົ້າໃສ່ນາປີເປເພເສຍຫາຍ. ການຊ່ວຍເຫຼືອ ແມ່ນໄດ້ນຳເອົາໄມ້, ຢາງຕີນລົດ ແລະ ຫີນລົງກໍ່ສ້າງສ້ອມແປງຝາຍນ້ຳລົ້ນ ຂະໜາດ 2x15 ແມັດ ເພື່ອອັດນ້ຳເຂົ້າໃສ່ນາໃຫ້ພໍ່ແມ່ປະ ຊາຊົນ ສຳເລັດຕາມຄາດ ໝາຍ.
ທັງນີ້, ກໍໍເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ຮັດແໜ້ນ ຄວາມສາມັກຄີ ລະຫວ່າງກອງ ທັບກັບປະຊາຊົນ ໃຫ້ໜັກແໜ້ນ, ເລິກເຊິ່ງ ຕາມຄຳຂວັນ “ກອງທັບກັບປະຊາຊົນ ຄືປາກັບນ້ຳ” ໂດຍ ສະເພາະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ກອງພັນ 977 ກັບອຳ ນາດການປົກຄອງທ້ອງຖິ່ນ ບ້ານລ້ອງຮາງຄຸ້ມນາ ໃຫ້ແໜ້ນແຟ້ນກວ່າເກົ່າ.
ພາບ: ສີສົມພອນ ອິນທະແສງ
ຂ່າວ: ຄຳໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















